(vovworld) - ຕອນເຊົ້າວັນທີ 29/9, ຢູ່ຫໍປະຊຸມຄະນະພັກນະຄອນໂຮ່ຈິມິນ, ມີຜູ້ແທນນັກທຸລະກິດຫວຽດນາມ ອາໃສຢູ່ຕ່າງປະເທດ ກວ່າ 200 ຄົນໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 2 ສະຫະສະມາຄົມນັກທຸລະກິດຫວຽດນາມ ອາໃສຢູ່ຕ່າງປະເທດ.
ທີ່ກອງປະຊຸມໃຫຍ່, ບັນດາຜູ້ແທນໄດ້ຮັບຝັງບັດລາຍງານສະຫຼຸບການເຄື່ອນໄຫວສະຫະສະມາຄົມອາຍຸການ 2009 – 2012, ຮັບຝັງບົດລາຍງານເພີ່ມເຕີ່ມ ແລະ ລົງມະຕິຮັບຮອງເອົາກົດລະບຽບຂອງສະຫະສະມາຄົມ. ບັນດາຜູ້ແທນກໍໄດ້ປຶກສາຫາລື ແລະ ປະກອບຄວາທເຫັນຢ່າງກົງໄປກົງມາ ເພື່ອແນໃສ່ແບ່ງປັນບົດຮຽນໃນການດຳເນີນທຸລະກິດ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນສະພາບວິກິດການເສດຖະກິດທົ່ວໂລກ. ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານ Dang The Hung, ຮອງຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ໄດ້ຖືວ່າ.
“ສະມາຊິກແຕ່ລະຄົນຕ້ອງຖືສະຫະສະມາຄົມແມ່ນຊາຍຄາລວມ ແລະ ສະຫະສະມາຄົມກໍກ່າຍເປັນສະຖານທີ່ ທີ່ໜ້າໄວ້ເນື້ອເຊື່ອໃຈໃຫ້ສະມາຊິກຢ່າງແທດຈິງ. ລາຍການເຄື່ອນໄຫວຂອງສະຫະສະມາຄົມຕ້ອງໃກ້ຊິດກັບສະພາບຕົວຈິ່ງກວ່າອີກ, ເພີ່ມທະວີບັນດາການເຄື່ອນໄຫວເຊື່ອມຕໍ່, ເຕົ້າໂຮມສະມາຊິກ. ຂ້າພະເຈົ້າເຊື່ອໝັ້ນວ່າສະມາຄົມຈະສ້າງຄວາມສະໜິດຕິດພັນ, ພົວພັນຢ່າງແໜ້ນແຟ້ນລະຫວ່າງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ກັບສະຫະສະມາຄົມ ໃນການຍູ້ແຮງວຽກງານຂົນຂວາຍປະຊາຄົມນັກທຸລະກິດ, ວິສາຫະກິດຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອຜົນປະໂຫຍດຂອງວິສາຫະກິດ ແລະ ປະຊາຄົມ, ປະກອບສ່ວນສ້າງຄວາມຮັ່ງມີໃຫ້ແກ່ບ້ານເກີດເມືອງນອນ, ປະເທດຊາດ”.
ກອງປະຊຸມໃຫຍ່ນັກທຸລະກິດຊາວຫວຽດນາມ ອາໄສທົ່ວໂລກຄັ້ງທີ 2 ໄດ້ຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່ ແລະ ເລືອກຕັ້ງຄະນະບໍລິຫານງານງານໃໝ່, ທ່ານ Nguyen Canh Son ສືບຕໍ່ເປັນປະທານໃນອາຍຸການໃໝ່.
ທີ່ກອງປະຊຸມຄັ້ງນີ້, ບັນດານັກທຸລະກິດ, ວິສາຫະກິດ ໄດ້ມອບຈຳນວນເງິນເກືອບ 150 ລ້ານດົງໃຫ້ເກອງທຶນ ເພື່ອໝາກຫົວໃຈຂອງເດັກນ້ອຍ ຂອງວິທະຍຸໂທລະພາບຫວຽດນາມ.