ກອນຕູມ:ກອງK53ເດີນທາງໄປຊອກຫາອັດຖິນັກຮົບເສຍຫຼະລະຊີວິດຢູ່ລາວ ແລະ ກຳປູເຈຍ
(ພາບປະກອບ)
(vovworld) - ຕອນເຊົ້າວັນທີ 29 ຕຸລາ, ຢູ່ນະຄອນກອນຕູມ, ກອງບັນຊາການທະການແຂວງ ກອນຕູມ ໄດ້ຈັດພິທີເດີນທາງໄປປະຕິບັດໜ້າທີ່ເຕົ້າໂຮມອັດຖິນັກຮົບເສຍ ຫຼະລະຊີວິດຢູ່ລາວ ແລະ ກຳປູເຈຍໃນລະດູແລ້ງ 2013- 2014. ໃນລະດູແລ້ງປີນີ້, ກອງ K53 ແຂວງ ກອນຕູມ ໄດ້ປະຕິບັດໜ້າທີ່ຊອກຄົ້ນ, ເຕົ້າໂຮມ, ຈັດນັກຮົບອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ກັບຄືນປະເທດ, ບໍລິເວັນຊອກຄົ້ນລວມມີ 3 ແຂວງ ນັ້ນແມ່ນ: ອັດຕະປື, ເຊກອງ ແລະ ຈຳປະສັກ; ຢູ່ປະເທດກຳປູເຈຍ, ບໍລິເວັນຊອກຄົ້ນແມ່ນຢູ່ 2 ເມືອງ ນັ້ນແມ່ນ: TaVeng ແລະ Don Mia, ຂຶ້ນກັບແຂວງ Ratanakiri. ຈຸດໝາຍແມ່ນ ແຕ່ນີ້ຮອດທ້າຍເດືອນ ພຶດສະພາ ປີ 2014, ຈະຊອກຄົ້ນ, ເຕົ້າໂຮມ, ຈັດສົ່ງອັດຖິໄດ້ນັກຮົບທີ່ເສຍສະຫຼະຊີວິດໃຫ້ໄດ້ 35 ກໍລະນີ. ໃນນັ້ນຢູ່ລາວ ແມ່ນ 15 ກໍລະນີ ແລະ ກຳກູເຈຍ 20 ກໍລະນີ. ເພື່ອໃຫ້ການຊອກຄົ້ນຄັ້ງນີ້ບັນລຸໄດ້ໝາກຜົນ, ໃນຕະຫຼອດໄລຍະຜ່ານມາ, ກອງບັນຊາການທະຫານແຂວງກອນຕູມ ໄດ້ເພີ່ມທະວີການຊອກຫາ, ເຕົ້າໂຮມແຫຼ່ງຂ່າວກ່ຽວກັບນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ ແລະ ກຳປູເຈຍ.