ກອນຕຸມຄວນເອົາໃຈໃສ່ພິເສດເຖິງວຽກງານລົບລ້ງຄວາມທຸກຍາກຢ່າງໄວແລະໝັ້ນຄົງ

ກອນຕຸມຄວນເອົາໃຈໃສ່ພິເສດເຖິງວຽກງານລົບລ້ງຄວາມທຸກຍາກຢ່າງໄວແລະໝັ້ນຄົງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​​ແຫຼ່ງ​ແຂວງ ກອນ​ຕຸ​ມ
(ພາບ: VGP)

(vovworld) – ຕອນ​ບ່າຍ​ວັນ​ທີ 30/10, ຢູ່ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ມີ​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​​ແຫຼ່ງ​ແຂວງ ກອນ​ຕຸ​ມ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖີ່​ນ. ​​ສະຫລຸບ​​ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້ການ​ນຳ​ແຂວງ ກອນ​ຕຸ​ມ ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ໝາກຜົນ​ທີ່​ບັນ​ລຸ​ໄດ້, ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາ​ດບ່ົມ​ຊ້ອນ, ທ່າ​ແຮງ​ຢ່າງ​ສູງ​ສຸດ, ສຸ້ຊົນ​ບັນລຸ​ໝາກຜົນບັນດາ​ຈຸດໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ທີ່​ໄດ້​ວາງ​ອອກ​ດ້ວຍ​ຜົນງານສູງ​ສຸດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ສະ​ເໜີ​ໃຫ້​ແຂວງ ກອນ​ຕຸ​ມ ຄວນເອົາ​ໃຈ​ໃສ່​ເປັນພິ​ເສດ​ເຖິງ​ວຽກ​ງານ​ລົບ​ລ້າງຄວາມທຸກ​ຍາກຢ່າງ​ໄວ​ແລະ​ໝັ້ນຄົງ, ​​ເດັດ​ດຽວ​ປະຕິບັດ​ບັນດາ​ນະ​ໂຍບາຍ​ຮັບປະກັນ​ຊີວິດ​ສັງຄົມຢ່າງ​ຄົບ​ຊຸດ, ຍົກ​ສູງ​ຊີວິດ​​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ, ພິ​ເສດ​ແມ່ນ​ປະຊາຊົນ​ເຂດ​ຫ່າງ​ໄກ​ຊອກ​ຫຼີກ, ​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກພິ​ເສດ​ຂອງ​ແຂວງ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ​ໃສ່​ໃຈ​ການ​ນຳ​ແຂວງ ກອນ​ຕຸ​ມ ຈົ່ງສຸ​ມ​ໃສ່​ຊີ້​ນຳ​ການ​ກວດກາ, ປັບປຸງ, ​ເພີ່ມ​ເຕີມ​ແຜນການ​ພັດທະນາ​ອຸດສາຫະກຳ ​ແລ​ະ ​ກະສິກຳ - ປ່າ​ໄມ້. ຈາກ​ນັ້ນ, ສຸມ​​ແຫຼ່ງກຳລັງ​ລົງທຶນ​ຊຸກຍູ້​ການ​ພັດທະນາ, ພິ​ເສດ​ແມ່ນ​ຕົ້ນ​ໄມ້​ອຸດສາຫະກຳ​ຕິດ​ພັນ​ກັບ​ການ​ພັດທະນາ​ອຸດສາຫະກຳ​ປຸ​ງ​ແຕ່ງ​ບັນດາ​ຜະລິດ​ຕະພັນ​ຕົ້ນ​ຕໍ່​ຂອງ​ທ້ອງ​ຖິ່ນ.

 

ຂ່າວ/ບົດ​ອື່ນ