(vovworld) - ເພື່ອແນໃສ່ກະກຽມໃຫ້ແກ່ງານຊາປະນາກິດສົບ ພົນເອກ ຫວໍງວຽນຢາບ ດຳເນີນໄປໃນເວລາ 2 ວັນ, ແຕ່ວັນທີ 12 – 13 ຕຸລາ. ຕອນບ່າຍວັນທີ 10 ຕຸລາ, ທ່ານ ຫງວຽນຊວນຟຸ໋ກ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະຈັດຕັ້ງງານຊາປະນາກິດສົບ ພົນເອກ ຫວໍງວຽນຢາບ ໄດ້ເປັນປະທານກອງປະຊຸມຜ່ານເຄືອຂ່າຍອີນເຕີແນດກັບຜູ້ຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຢູ່ຮ່າໂນ້ຍ, ທະຫານເຂດ 4 ພ້ອມກັບຜູ້ຕາງໜ້າຄອບຄົວຂອງທ່ານພົນເອກ.
ຕາມບົດລາຍງານຂອງບັນດາກະຊວງ, ຂະແໜງການ ມາຮອດຈຸດເວລານີ້, ບັນດາວຽກງານກະກຽມໃຫ້ແກ່ງານຊາປະນາກິດສົບໄດ້ສຳເລັດແລ້ວ. ຄະນະຈັດຕັ້ງງານຊາປະນາກິດສົບລະດັບຊາດ ໄດ້ເປັນເອກະພາບນຳກັນຈະໃຊ້ເຮືອບິນເພື່ອຂົນສົ່ງສົບຂອງ ພົນເອກ ຫວໍງວຽນຢາບ ຈາກຮ່າໂນ້ຍ ໄປຍັງແຂວງກວາງບິ່ງ.
ຕາມບັນດາເສັ້ນທາງຢູ່ຮ່າໂນ້ຍ ກໍ່ຄືຢູ່ແຂວງກວາງບິ່ງ, ບັນດາກຳລັງຮັບບົດບາດໜ້າທີ່ ຈະສ້າງເງື່ອນໄຂສະດວກໃຫ້ປະຊາຊົນໄດ້ສົ່ງສະການທ່ານພົນເອກ ຢ່າງເປັນລະບຽບຮຽບຮ້ອຍ, ປອດໄພ. ພ້ອມກັບນັກຂ່າວນັບພັນຄົນຂອງບັນດາອົງການສື່ສານພາຍໃນປະເທດ, ຄາດວ່າ, ຈະມີນັກຂ່າວປະມານ 60 ຄົນຂອງສຳນັກຂ່າວສານຕ່າງປະເທດ ຈະໃຫ້ຂ່າວກ່ຽວກັບງານຊາປະນາກິດສົບຂອງທ່ານພົນເອກຢູ່ຮ່າໂນ້ຍ ແລະ ກວາງບິ່ງ. ຜູ້ຕາງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 20 ຄົນກໍ່ກັບເມືອປະເທດເຂົ້າຮ່ວມງານຊາປະນາກິດສົບ.
ງານວາງສະແດງ: “ພົນເອກຫວໍ້ງວຽນຢາບຜູ້ບັນຊາການສູງສຸດ“
(ພາບ: vov)
(vovworld)- ງານວາງສະແດງ: “ພົນເອກຫວໍ້ງວຽນຢາບຜູ້ບັນຊາການສູງສູດ“
ໄດ້ເປີດປະຕູໃນວັນທີ 11/10, ຢູ່ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ-ເມືອງບາດິ່ງ-ຮ່າໂນ້ຍ ໄດ້ດຶງດູດ ປຊຊ, ນັກທ່ອງທ່ຽວຕ່າງປະເທດເປັນຈຳນວນຫຼວງຫຼາຍ. ງານວາງສະແດງໄດ້ແນະນຳຮູບພາບ, ວັດຖຸພັນເກືອບ 300 ຊີ້ນ ຊື່ງໄດ້ພັນລະນາໂດຍສັງເຂບກ່ຽວກັບຊີວິດ, ພາລະກິດຂອງທ່ານ ພົນເອກຫວໍ້ງວຽນຢາບ, ນາຍພົນຜູ້ມີຄວາມເກັ່ງກ້າສາມາດ ຊື່ງໄດ້ປະກອບສ່ວນຢ່າງໃຫ່ຍຫຼວງເຂົ້າໃນພາລະກິດປົດປ່ອຍຊາດ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ. ງານວາງສະແດງລວມມີ 6 ພາກ: ຄາວເຍົາໄວຂອງທ່ານພົນເອກ, ທ່ານພົນເອກໃນການຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນຝະລັ່ງ (1945-1954); ທ່ານພົນເອກໃນການຕໍ່ຕ້ານຕ້ານຈັກກະພັດອາເມລິກາເພື່ອກູ້ຊາດ (1954-1975); ທ່ານພົນເອກໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ (ແຕ່ປີ 1975 ຮອດປະຈຸບັນ); ທ່ານພົນເອກກັບເພື່ອນມິດສາກົນ; ທ່ານພົນເອກໃນຊີວິດປະຈຳວັນ. ຄາດວ່າ,
ງານວາງສະແດງ: “ພົນເອກຫວໍ້ງວຽນຢາບຜູ້ບັນຊາການສູງສຸດ“ ຈະເປີດປະຕູຮອດທ້າຍເດືອນ 10/2013.
ຜູ້ແທນບັນດາອົງການທູຕານຸທູດ ແລະ ອົງການສາກົນປະຈຳຮ່າໂນ້ຍໄດ້ຈົດທະບຽນເຂົ້າໄຫ້ວອາໄລທ່ານພົນເອກ ຫວໍ້ງວຽນຢາບ
ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດຫວຽດນາມ, ມາຮອດຈຸດເວລານີ້, ມີຜູ້ແທນເກືອບ 100 ທ່ານລວມມີ: ທ່ານເອກອັກຄະລັດຖະທູດ, ອຸປະທູດ, ຫົວໜ້າອົງການຜູ້ຕາງໜ້າ, ອົງການສາກົນ ໄດ້ຈົດທະບຽນເຂົ້າໄຫ້ວອາໄລທ່ານພົນເອກ ຫວໍ້ງວຽນຢາບໃນວັນທີ 12/10. ມີຂ່າວໃຫ້ຮູ້ວ່າ: ກ່ອນພິທີໄຫ້ວອາໄລທາງການ, ຫຼາຍຄະນະທູຕານຸມູດໄດ້ມາເຮືອນເລກທີ 30 ຖະໜົນຮ່ວາງຢ້ຽວຮ່າໂນ້ຍ ເພື່ອແບ່ງປັນຄວາມເສົ້າສະຫຼົດໃຈກັບຄອບຄົວທ່ານພົນເອກຫວໍ້ງວຽນຢາບ.