ທ່ານຫງວຽນທ້ຽນເຍິນເປັນປະທານການປະຊຸມ
(ພາບ: vov)
(vovworld)-ຕອນບ່າຍວັນທີ 30/12, ຢູ່ຮ່າໂນ້ຍ, ທ່ານຫງວຽນທ້ຽນເຍິນ ປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເປັນປະທານການປະຊຸມກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບການຈັດຕັ້ງພິທີຊຸມນຸມມິດຕິງສະເຫຼີມສະຫຼອງ 35 ປີແຫ່ງວັນຕີເອົາໄຊຊະນະຕໍ່ລະບອບດັບສູນເຊື້ອຊາດຢູ່ກຳປູເຈຍ. ນະທີ່ນີ້, ທ່ານຫງວຽນທ້ຽນເຍິນ ຊີ້ແຈ້ງວ່າ: ການຈັດຕັ້ງພິທີຊຸມນຸມມິດຕິງມີສອງເນື້ອໃນຕົ້ນຕໍຄື: ພິທີສະເຫຼີມສະຫຼອງໄຊຊະນະເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້ ແລະ ວັນຕີເອົາໄຊຊະນະຕໍ່ລະບອບດັບສູນເຊື້ອຊາດຢູ່ກຳປູເຈຍ. ນີ້ແມ່ນເຫດການສຳຄັນຢັ້ງຢືນໄຊຊະນະຂອງກອງທັບ ແລະ ປຊຊ ຫວຽດນາມ ຢູ່ເຂດຊາຍແດນທາງທິດຕາເວັນຕົກສ່ຽງໃຕ້. ພ້ອມກັນນັ້ນ, ໂດຍພາຍໃຕ້ການຊ່ວຍເຫຼືອຢ່າງທັນການ, ມີປະສິດທິຜົນຂອງທະຫານອາສາສະໝັກຫວຽດນາມ, ວັນທີ 7/1/1979, ແນວໂຮມສາມັກຄີແຫ່ງຊາດກູ້ຊາດກຳປູເຈຍ ຍາດໄດ້ໄຊຊະນະ, ໂຄ່ນລົ້ມ ລະບອບດັບສູນເຊື້ອຊາດຢູ່ກຳປູເຈຍ. ທ່ານຫງວຽນທ້ຽນເຍິນ ເນັ້ນໜັກວ່າ: ງານຊຸມນຸມມິດຕິງ ຈະຖືກຈັດຂຶ້ນໃນວັນທີ 5/1/2014, ແມ່ນເຫດການມີຄວາມໝາຍລະດັບຊາດ, ສະນັ້ນ, ກະຊວງການຕ່າງປະເທດ, ກະຊວງວັດທະນະທຳ-ກິລາ ແລະ ທ່ອງທ່ຽວ, ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ຄະນະກຳມະການ ປຊຊ ນະຄອນຮ່າໂນ້ຍ…ຕ້ອງຮີບເຮັ່ງກະກຽມ, ຂຶ້ນແຜນການ; ຮັບປະກັນຄວາມສະຫງົບປອດໄພໃຫ້ບັນດາການເຄື່ອນໄຫວສະເຫຼີມສະຫຼອງ./.