ກະ​ກຽມ​ໃຫ້​ແກ່​ການ​ເປີດ​ສະຫຼອງ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ, ​ລາຍ​ງານຕໍ່ລັດ​ຖະ​ບານ​

(VOVWORLD) - ໂດຍຄາດຄະເນວ່າ ລະບົບຂໍ້ມູນຂ່າວສານ, ລາຍງານຕໍ່ລັດຖະບານຈະໄດ້ເປີດສະຫຼອງໃນຕອນບ່າຍວັນທີ 13 ມີນາຈະມາເຖິງ. ນີ້ແມ່ນບາດກ້າວທຳອິດ ມຸ່ງໄປສູ່ການສ້າງລະບົບລາຍງານແຫ່ງຊາດໃນທ້າຍປີ 2020.
ກະ​ກຽມ​ໃຫ້​ແກ່​ການ​ເປີດ​ສະຫຼອງ​ລະ​ບົບ​ຂໍ້​ມູນ​ຂ່າວ​ສານ, ​ລາຍ​ງານຕໍ່ລັດ​ຖະ​ບານ​ - ảnh 1

ທ່ານມາຍຕ໊ຽນຢຸງ ຫົວໜ້າຫ້ອງວ່າການລັດຖະບານເປັນປະທານກອງປະຊຸມກ່ຽວກັບລະບົບຂໍ້ມູນຂ່າວສານ, ລາຍງານຕໍ່ລັດຖະບານ (ພາບ: Chinhphu.vn)

ລະບົບຂໍ້ມູນຂ່າວສານ, ລາຍງານຕໍ່ລັດຖະບານແມ່ນລະບົບເກັບກຳ, ປະມວນຂໍ້ມູນລາຍງານຂອງບັນດາອົງການບໍລິຫານລັດ, ເພື່ອແນໃສ່ລວບລວມ, ໄຈ້ແຍກຂໍ້ມູນຂ່າວສານ, ຮັບໃຊ້ໃຫ້ແກ່ວຽກງານຊີ້ນຳ, ບໍລິຫານຂອງລັດ, ນາຍົກລັດຖະມົນຕີ, ຮັບປະກັນຄວາມຜູກພັນລະຫວ່າງການປ່ຽນແປງລະບຽບການ, ວິທີການເຮັດວຽກ ກັບການນຳໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານຢ່າງແໜ້ນແຟ້ນ, ເພີ່ມທະວີຄວາມໂປ່ງໃສ, ເປີດເຜີຍ, ຍົກສູງຄວາມຮັບຜິດຊອບການອະພິປາຍຂອງບັນດາອົງການບໍລິຫານລັດໃນການສະໜອງຂໍ້ມູນຂ່າວສານ, ຂໍ້ມູນຮັບໃຊ້ໃຫ້ແກ່ການຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ.

        ລະບົບລວມມີບັນດາໝວດຂໍ້ມູນຄື: ຂໍ້ມູນຂ່າວສານດ້ານເສດຖະກິດ -ສັງຄົມປະຈຳວັນ, ສັງເຂບສະພາບການເສດຖະກິດ - ສັງຄົມ, ກະຊວງ, ຂະແໜງການ, ລັດຖະບານເອເລັກໂຕນິກ, ດັດຊະນີສາກົນ (ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ດັດຊະນີຄຸ້ມຄອງການເກັບຊື້), ສາງເອກະສານ ແລະ ບັນຫາທີ່ໄດ້ຮັບຄວາມສົນໃຈຄື: ໂລກລະບາດ, ໄພທຳມະຊາດ, ສິ່ງແວດລ້ອມ, ຫາງສຽງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ