ກະກຽມໄຂງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3
(vovworld) - ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 ຈະຖືກຈັດຂຶ້ນຢູ່ຮ່າໂນ້ຍ, ນິງບິນ ແລະ ຕວຽນກວາງໃນລະຫວ່າງວັນທີ 15 – 21/7/2012. ນີ້ແມ່ນ 1 ໃນບັນດາເຫດການມີຂອບຂະໜາດໃຫຍ່ໃນປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ 2012, ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ (5/9/1962 – 5/9/2012) ແລະ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ - ລາວ (18/7/1977 – 18/7/2012).
ທີ່ການພົບປະກັບວົງການນັກຂ່າວໃນຕອນເຊົ້າວັນທີ 12/7, ທ່ານ Nguyen Huy Quang, ຮອງປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ອະດີດເອກອັກຄະລັດຖະທູດ ສສ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ, ງານມະໂຫລານມິດຕະພາບປະຊາຊົນຫວຽດນາມ - ລາວ ຄັ້ງທີ 3 ແມ່ນການເຄື່ອນໄຫວທີ່ການນຳ 2 ປະເທດຖືເປັນສຳຄັນ, ເພື່ອແນໃສ່ສຶກສາອົບຮົມລຸ້ນໜຸ່ມ 2 ປະເທດປົກປັກຮັກສາ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດຫວຽດນາມ - ລາວ. ຄະນະຜູ້ແທນປະຊາຊົນຂອງແຕ່ລະປະເທດຈະມີຜູ້ແທນ 50 ຄົນເຊິ່ງແມ່ນສັນຍາລັກໃຫ້ແກ່ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ລາວ, ພິເສດຈະມີຊາວລາວ 14 ຄົນ ເຊິ່ງເຄີຍເປັນຜູ້ສະໜັບສະໜູນ, ອຸ້ມສູ່ຊ່ວຍເຫຼືອ ບັນດານັກຊ່ຽວຊານອາສາສະໝັກຫວຽດນາມ ເມື່ອເຄື່ອນໄຫວໃນປະເທດລາວ. ນີ້ແມ່ນຈຸດໃໝ່ເມື່ອທຽບໃສ່ງານມະໂຫລານຊຸດກ່ອນ. ກ່ຽວກັບຄວາມໝາຍຂອງງານມະໂຫລານມິດຕະພາບຫວຽດນາມ - ລາວ ປີ 2012, ທ່ານ Nguyen Huy Quang ໃຫ້ຮູ້ວ່າ:
“ນີ້ແມ່ນຮູບແບບການພົວພັນແລກປ່ຽນມິດຕະພາບປະຊາຊົນທີ່ແທດຈິງ ແລະ ມີປະສິດທິຜົນ ທີ່ມີຕໍ່ການປັບປຸງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ຖ້າຫາກພວກເຮົາຈັດຕັ້ງງານມະໂຫລານນີ້ເປັນຢ່າງດີ ມັນຈະສົ່ງຜົນສະທ້ອນຢ່າງຕັ້ງໜ້າເຖິງວຽກງານສຶກສາ, ບຳລຸງສ້າງລຸ້ນໜຸ່ມ 2 ປະເທດ, ນັບທັງດ້ານການເມືອງ ກໍຄືນ້ຳໃຈ, ຊ່ວຍໃຫ້ປະຊາຊົນ 2 ປະເທດສະໜິດຕິດພັນກັນກ່ວາ ແລະ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດຄວາມເປັນມາຂອງສາຍພົວພັນແບບພິເສດ ແລະ ສຳພັນທະມິດສູ້ຮົບຫວຽດນາມ - ລາວ”