ກະ​ຊວງ​ການ​ຕ່າງ​ປະ​ເທດ ຢັ້ງ​ຢັນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ​່​ປຸ່ນ

(VOVWORLD) -ນີ້ແມ່ນການປະຕິບັດງານໄປຕ່າງປະເທດຄັ້ງທຳອິດຂອງທ່ານ Suga Yoshihide ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ. 
ກະ​ຊວງ​ການ​ຕ່າງ​ປະ​ເທດ ຢັ້ງ​ຢັນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ​່​ປຸ່ນ - ảnh 1 ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ (ພາບ: TTXVN)

 ໃນການຖະແຫຼງຂ່າວນັດສາມັນທີ່ດຳເນີນໃນຕອນບ່າຍວັນທີ 15 ຕຸລາ ຢູ່ຮ່າໂນ້ຍ, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໄດ້ຢັ້ງຢືນກ່ຽວກັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຄົນໃໝ່ Suga Yoshihide ໃນຊຸມວັນຈະມາເຖິງ, ພ້ອມທັງຕອບຫຼາຍຄຳຖາມກ່ຽວກັບບັນດາບັນຫາ ເຊິ່ງສື່ມວນຊົນພາຍໃນ ແລະ ຕ່າງປະເທດ ສົນໃຈ.

        ເມື່ອແຈ້ງໃຫ້ຊາບກ່ຽວກັບການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide, ທ່ານນາງເລທິທູຮັ່ງ ຢັ້ງຢືນວ່າ, ນີ້ແມ່ນການປະຕິບັດງານໄປຕ່າງປະເທດຄັ້ງທຳອິດຂອງທ່ານ Suga Yoshihide ໃນຖານະເປັນນາຍົກລັດຖະມົນຕີ ຍີ່ປຸ່ນ. ຜ່ານນີ້ໄດ້ສະແດງໃຫ້ເຫັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ຍີປຸ່ນ ນັບມື້ນັບໄດ້ຮັບການປັບປຸງ ແລະ ເພີ່ມຂຶ້ນລະດັບສູງໃໝ່. ທ່ານນາງກ່າວວ່າ:

        “ຫວຽດນາມ ຊົມເຊີຍຕໍ່ເລື່ອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide ໄດ້ເລືອກເອົາ ຫວຽດນາມ ເປັນປະເທດມາຢ້ຽມຢາມທຳອິດພາຍຫຼັງເຂົ້າຮັບຕຳແໜ່ງ. ນີ້ແມ່ນພະຍານຫຼັກຖານທີ່ສະແດງໃຫ້ເຫັນການພັດທະນາອັນດີງາມ, ແທດຈິງຢ່າງແຮງໃນຫຼາຍຂົງເຂດ ຂອງການພົວພັນຄູ່ຮ່ວມມືຍຸດທະສາດ ອັນເລິກກວ້າງລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະດຳເນີນໄປດ້ວຍດີ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ປະກອບສ່ວນເຂົ້າໃນວິວັດການຟື້ນຟູ, ພັດທະນາເສດຖະກິດສັງຄົມຂອງສອງປະເທດ ໄລຍະຫຼັງໂລກລະບາດໂຄວິດ - 19”.

ຕອບກັບ

ຂ່າວ/ບົດ​ອື່ນ