ກະຊວງການເງິນຕ້ອງເກັບລາຍຮັບງົບປະມານແຫ່ງລັດຢ່າງຂ້ຽວຂາດ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມ |
(vovworld)- ຕອນບ່າຍວັນທີ 6/1, ກ່າວຄຳເຫັນຊີ້ນຳວຽກງານປີ 2017 ຂອງຂະແໜງການເງິນ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກໄດ້ຕີລາຄາສູງການເກັບລາຍຮັບງົບປະມານສູນກາງປີ 2016 ລື່ນກາຍ 7,8% ຂອງແຜນການຊຶ່ງເປັນການສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງສູງຂອງຂະແໜງການເງິນ. ໝາກຜົນນີ້ຮັບປະກັນລາຍຈ່າຍງົບປະມານສູນກາງ, ໃນນັ້ນມີການຈ່າຍເງິນເດືອນ, ຊຳລະໜີ້ ແລະ ໃຊ້ຈ່າຍໂດຍດ່ວນ. ກ່ຽວກັບໜ້າທີ່ ປີ 2017, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ກ່າວວ່າ :
“ ກະຊວງການເງິນໃນປີ 2017 ຕ້ອງປະຕິບັດບັນດາເຄື່ອງມື, ນະໂຍບາຍປີງົບປະມານເພື່ອຮັກສາຄວາມໝັ້ນທຽງດ້ານເສດຖະກິດມະຫາພາກ, ທັງຕ້ອງມີການປະຕິຮູບຢ່າງບຸກທະລຸໃນການເກັບ ແລະ ຈ່າຍງົບປະມານເພື່ອຫຼຸດຜ່ອນສະພາບລາຍຈ່າຍເກີນດຸ່ນ, ຄວມຄຸມໜີ້ສາທາລະນະຢ່າງຮັດກຸ່ມ, ຮັບປະກັນຄວາມສາມາດຊຳລະໜີ້, ພ້ອມກັນນັ້ນ ກໍປະກອບສ່ວນບັນລຸເປົ້າໝາຍການເຕີບໂຕທີ່ໄດ້ວາງອອກ. ນີ້ກໍແມ່ນໜ້າທີ່ຮັບຜິດຊອບຊຶ່ງນາຍົກລັດຖະມົນຕີໄດ້ຕາງໜ້າລັດຖະບານມອບໝາຍໃຫ້ກະຊວງການເງິນ ”