(vovworld) – ເພື່ອສະເຫຼີມສະຫຼອງ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມື, 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ (18/7/1962 – 18/7/2012 ), ຕອນບ່າຍວັນທີ 12/7, ທີ່ຮ່າໂນ້ຍ, ກົມໃຫຍ່ກໍ່ສ້າງກຳລັງ, ກະຊວງຕຳຫຼວດ ໄດ້ຈັດຕັ້ງພິທີປຸກລະດົມການເສັງຊອກຮູ້ປະຫວັດສາດຂອງສາຍພົວພັນແບບພິເສດຫວຽດນາມ - ລາວ, ລາວ - ຫວຽດນາມ. ການເສັງນີ້ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມກະຊວງຕຳຫຼວດ ກ່ຽວກັບຄວາມສຳຄັນຂອງປີແຫ່ງຄວາມສາມັກຄີມິດຕະພາບຫວຽດນາມ - ລາວ. ຜ່ານນັ້ນ, ໂຄສະນາ, ສຶກສາໃຫ້ພະນັກງານ, ນັກຮົບ, ສະມາຊິກຊາວໜຸ່ມກະຊວງຕຳຫຼວດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ. ພັນຕີ Pham Kim Dinh, ເລຂາຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ກະຊວງຕຳຫຼວດ ໃຫ້ຮູ້ວ່າ.
“ຄະນະຊາວໜຸ່ມ ແລະ ໄວໜຸ່ມກະຊວງຕຳຫຼວດ ມີສະຕິທີ່ຈະແຈ້ງວ່າ ນີ້ແມ່ນການດຳເນີນຊີວິດການເມືອງທີ່ມີຄວາມໝາຍຕໍ່ໄວໜຸ່ມ. ເມື່ອໄດ້ຮັບແຜນການ ພວກຂ້າພະເຈົ້າໄດ້ຂົນຂວາຍສະມາຊິກຊາວໜຸ່ມເຂົ້າຮ່ວມການເສັງ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການເສັງຄັ້ງນີ້ ຈະນຳມາເຊິ່ງຄວາມຮັບຮູ້ຢ່າງເລິກເຊິ່ງກວ່າ ແລະ ປະກອບຄວາມຮູ້ໃຫ້ສະມາຊິກຊາວໜຸ່ມຂະແໜງຕຳຫຼວດ ກ່ຽວກັບສາຍພົວພັນລະຫວ່າງສອງຊາດ, ສອງພັກ ແລະ ສອງລັດຫວຽດນາມ - ລາວ ກວ່າອີກ.”
ພິທີສະຫຼຸບ ແລະ ມອບລາງວັນການເສັງຂອງສອງປະເທດຫວຽດນາມ - ລາວ, ໂດຍສອງປະເທດຈັດຕັ້ງຂຶ້ນຢ່າງສົມກຽດໃນວັນທີ 12/12/2012 ຢູ່ແຂວງສະຫວັນນະເຂດ.