ກະຊວງຕຳຫຼວດຫວຽດນາມມອບຜ້າອັດປາກ-ອັດດັງໃຫ້ກະຊວງພາຍໃນຝລັ່ງ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19

(VOVWORLD) -ກົມພົວພັນຕ່າງປະເທດ, ກະຊວງຕຳຫຼວດຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງຂ້າເຊື້ອ ຈຳນວນ 10.000 ອັນຂອງກະຊວງຕຳຫຼວດຫວຽດນາມ ໃຫ້ກະຊວງພາຍໃນປະເທດຝລັ່ງ

ກະຊວງຕຳຫຼວດຫວຽດນາມມອບຜ້າອັດປາກ-ອັດດັງໃຫ້ກະຊວງພາຍໃນຝລັ່ງ ປ້ອງກັນ, ຕ້ານໂລກລະບາດໂຄວິດ-19 - ảnh 1 (ກະຊວງຕຳຫຼວດຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງຂ້າເຊື້ອໃຫ້ກະຊວງພາຍໃນປະເທດຝລັ່ງ)

ຕອນບ່າຍວັນທີ 24 ເມສາ, ກົມພົວພັນຕ່າງປະເທດ, ກະຊວງຕຳຫຼວດຫວຽດນາມ ໄດ້ມອບຜ້າອັດປາກ-ອັດດັງຂ້າເຊື້ອ ຈຳນວນ 10.000 ອັນຂອງກະຊວງຕຳຫຼວດຫວຽດນາມ ໃຫ້ກະຊວງພາຍໃນປະເທດຝລັ່ງ, ເພື່ອແນໃສ່ໜູນຊ່ວຍໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ- 19 ຜ່ານທ່ານເອກອັກຄະລັດຖະທູດຝລັ່ງ ປະຈຳຫວຽດນາມ Nicolas Warnery.

ໃນເຫດການທີ່ກ່ຽວຂ້ອງ, ຫວ່າງມໍ່ໆມານີ້, ປະຊາຄົມຊາວຫວຽດນາມ ອາໄສຢູ່ແຂວງ Irkutsk, ສະຫະພັນລັດເຊຍ ກໍ່ໄດ້ມອບຜ້າອັດປາກ- ອັດດັງ ນຳໃຊ້ໄດ້ຫຼາຍເທື່ອ ຈຳນວນ 4.000 ອັນໃຫ້ແກ່ຫ້ອງການປະສານງານບໍລິຫານບັ້ນເຄື່ອນໄຫວອາສາສະໝັກທີ່ມີຊື່ວ່າ “ພວກຂ້າພະເຈົ້າພ້ອມກັນ” ຂອງແຂວງ Irkutsk.

ຕອບກັບ

ຂ່າວ/ບົດ​ອື່ນ