ຜູ້ຕາງໜ້າສະຖານທູດ ຫວຽດນາມມອບ ຫຼຽນກາທີ່ລະນຶກ
ໃຫ້ທ່ານ Chung Hae – moon
(ພາບ: vietnam+)
(vovworld) – ວັນທີ 17/2, ຢູ່ເຊີອູນ, ສະຖານທູດ ຫວຽດນາມ ປະຈຳ ສ. ເກົາຫຼີ ແລະ ຜູ້ຕາງໜ້າກະຊວງອຸດສາຫະກຳ - ການຄ້າໄດ້ມອບ “ຫຼຽນກາທີ່ລະນຶກເພື່ອພາລະກິດພັດທະນາຂະແໜງອຸດສາຫະກຳ - ການຄ້າ” ຂອງກະຊວງອຸດສາຫະກຳ - ການຄ້າ, ໃຫ້ແກ່ອະດີດເລຂາທິການໃຫຍ່ສູນ ອາຊຽນ - ສ. ເກົາຫຼີ (AKC) Chung Hae – moon, ເພື່ອແນໃສ່ຮັບຮູ້ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງທ່ານໃນການກໍ່ສ້າງ ແລະ ພັດທະນາຂະແໜງອຸດສາຫະກຳ - ການຄ້າ ຫວຽດນາມ. ທີ່ພິທີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ. ເກົາຫຼີ ຟ້າມຮືວຈີ໋, ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງທ່ານ Chung Hae – moon ສຳລັບຂະແໜງອຸດສາຫະກຳ - ການຄ້າ ຫວຽດນາມ, ພ້ອມທັງຫວັງວ່າທ່ານຈະສືບຕໍ່ສະຫງວນໃຫ້ ຫວຽດນາມ ບັນດານຳ້ໃຈ ແລະ ການສະໜັບສະໜູນອັນໃຫຍ່ຫຼວງກ່ວາອີກ.
ທ່ານ Chung Hae – moon ສະແດງຄວາມເປັນກຽດເມື່ອໄດ້ຮັບຫຼຽນກາທີ່ລະນຶກ ແລະ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ເຮັດຈົນສຸດຄວາມສາມາດຂອງຕົນເພື່ອແນໃສ່ປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນຫຼາຍຂົງເຂດ.