ການຄ້າຂອງຫວຽດນາມເຕີບໂຕ“ປະທັບໃຈ”ໃນປີ2015

ການຄ້າຂອງຫວຽດນາມເຕີບໂຕ“ປະທັບໃຈ”ໃນປີ2015 - ảnh 1
ພາບປະກອບ

(vovworld) –  ​ໃນ​ບົດ​ລາຍ​ງານ “ການ​ຄ້າ​ໂລກ​ປີ 2015 ​ແລະ ​ແງ່​ຫວັງປີ 2016” ຂອງ​ອົງການ​ການ​ຄ້າ​​ໂລກ (WTO) ​ເຊິ່ງຫາກໍ່ປະກາດຫວ່າງ​ມໍ່ໆ​ມາ​ນີ້, ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ​ແມ່ນ​ປະ​ເທດ​ໜຶ່ງ​ດຽວທີ່ບັນ​ລຸ​ໄດ້ຜົນ​ງານ​​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ - ນຳ​ເຂົ້າ “ດ້ວຍ​ຄວາມປະ​ທັບ​ໃຈ” ​ໃນ​ປີ 2015 ​ແລະ ​ທັງແມ່ນ​ປະ​ເທດ​ທີ່​ສ້າງ​ຄວາມ​ແປກ​ປະຫຼາດ​​ຢູ່​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ບົດ​ລາຍ​ງານ​ໄດ້​​ໄຈ້​ແຍກ​ຜົນງານ​ຂອງ 30 ພື້ນຖານ​ເສດຖະກິດ​ສົ່ງ​ອອກ - ນຳ​ເຂົ້າ​ອັນ​ດັບ​ໜຶ່ງ​ໃນ​ໂລກ​ເຊິ່ງ​ແມ່ນ​ສະມາຊິກ​ຂອງ WTO, ​ໃນ​ນັ້ນ​ບໍ່​ມີ​ປະ​ເທດ​ໃດ​ທີ່ມີ​ຜົນງານ​ເຕີບ​ໂຕ​ດ້ານ​ການ​ສົ່ງ​ອອກ - ນຳ​ເຂົ້າ​ໃນ​ປີ​ 2015 ​ສູງ​ຄື ຫວຽດນາມ. ຕາມ WTO ​ແລ້ວ, ການ​ເຄື່ອນ​ໄຫວ​ສົ່ງ​ອອກ​​ໃນ​ປີ 2015 ຂອງ ຫວຽດນາມ ບັນລຸ 162 ຕື້ USD, ​ເພີ່ມ​ຂຶ້ນ 7,9% ​ເມື່ອ​ທຽບ​ໃສ່​ປີ 2014, ການ​ນຳ​ເຂົ້າ​ກໍ່​ເພີ່ມ​ຂຶ້ນ 12,3% ​ເທົ່າ​ກັບ 166 ຕື້ USD ​ໃນ​ປີ​ກາຍ. ​ໃນ​ຂະນະ​ນັ້ນ, ມູນ​ຄ່າ​ການ​ແລກປ່ຽນ​ການ​ຄ້າ​ຂອງ​ບັນດາ​ພື້ນຖານ​ເສດຖະກິດ ນຳ​ເຂົ້າ - ສ່ົງ​ອອກ​ຕ່າງໆ​ຄື: ຈີນ, ອາ​ເມ​ລິ​ກາ, ຕວກກີ ​ແລະ ອີ​ຕາ​ລີ ພັດຫລຸດ​ລົງ.


ຂ່າວ/ບົດ​ອື່ນ