ການນຳພັກ, ລັດ, ລັດຖະບານຫວຽດນາມພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບຄືນຕ້ອນຮັບບຸນເຕັດ

(VOVWORLD) -ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍຖືພໍ່ແມ່ພີນ້ອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້
ການນຳພັກ, ລັດ, ລັດຖະບານຫວຽດນາມພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບຄືນຕ້ອນຮັບບຸນເຕັດ - ảnh 1 , ທ່ານເລຂາທິການໃຫຍ່ຫງວຽນຟູ້ຈ້ອງພົບປະກັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບຄືນຕ້ອນຮັບບຸນເຕັດ

ໂດຍນອນໃນບັນດາການເຄື່ອນໄຫວຂອງລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018”, ວັນທີ 7 ກຸມພາ,  ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ໃຫ້ ຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດກັບຄືນປະເທດ ເຂົ້າຮ່ວມລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018-ຫວຽດນາມສະຫວ່າງສະໄຫວໃນອະນາຄົດ”. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ໄດ້ຢືນຢັນແຜນນະໂຍບາຍທີ່ສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດຫວຽດນາມ ແມ່ນຍາມໃດກໍຖືພໍ່ແມ່ພີນ້ອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້. ທ່ານໃຫ້ຮູ້ວ່າ ພັກ ແລະ ລັດຈະສືບຕໍ່ເອົາໃຈໃສ່ແກ້ໄຂຕາມຄວາມມຸ່ງຫວັງຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດ, ສ້າງເງື່ອນໄຂເພື່ອໃຫ້ ຊາວຫວຽດນາມອາໄສຢູ່ຕ່າງປະເທດຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນ ແລະ ປະກອບສ່ວນພັດທະນາປະເທດຊາດ.

       ຕອນບ່າຍຂອງວັນດຽວກັນ, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ພ້ອມກັບພໍ່ແມ່ພີນ້ອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ໄປຖະຫວາຍທູບທຽນບູຊາຢູ່ພະລາດຊະວັງ ທັງລອງ.

     ທີ່ການຕ້ອນຮັບຊາວຫວຽດນາມອາໄສຢູ່ຕ່າງປະເທດເກືອບ 100 ຄົນກັບຄືນຕ້ອນຮັບບຸນເຕັດ ຕາມລາຍການ “ລະດູບານໃໝ່ຢູ່ບ້ານເກີດເມືອງນອນ 2018” ຊຶ່ງຖືກຈັດຂຶ້ນໃນວັນທີ 7 ກຸມພາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ :  “ລັດຖະບານໂດຍປະຊາຊົນ, ເພື່ອປະຊາຊົນ, ໃນນັ້ນ ຊາວຫວຽດນາມອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້”. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນບັນດາຜົນງານລວມຂອງປະເທດຊາດໃນປີ 2017 ກໍມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ. 

ຕອບກັບ

ຂ່າວ/ບົດ​ອື່ນ