ການນຳພັກ, ລັດ ໃຫ້ການຕ້ອນຮັບຮອງ ປະທານປະເທດ ສປປ ລາວ
ທ່ານປະທານປະເທດ Truong Tan Sang ໃຫ້ການຕ້ອນຮັບ ຮອງປະທານປະເທດ ລາວ ບຸນຍັງ ວໍລະຈິດ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) - ຕອນບ່າຍວັນທີ 18/7, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ Nguyen Phu Trong ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ. ນະທີ່ນີ້, ທ່ານເລຂາທິການໃຫຍ່ Nguyen Phu Trong ຢືນຢັນວ່າ: ໃນບໍ່ວ່າສະພາບການໃດ, ຫວຽດນາມ ກໍຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບ ລາວ ຮັກສາ, ເພີ່ມພູນຄູນສ້າງການພົວພັນສາມັກຄີແບບພິເສດຫວຽດນາມ - ລາວ ໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ແລະ ກໍໃນຕອນບ່າຍວັນດຽວກັນ, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ Truong Tan Sang ໄດ້ໃຫ້ການຕ້ອນຮັບ ທ່ານ ບຸນຍັງ ວໍລິຈິດ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດ ສປປ ລາວ ດ້ວຍບັນຍາກາດອັນອົບອຸ່ນ, ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ແລະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ. ທ່ານປະທານປະເທດ Truong Tan Sang ຢືນຢັນວ່າ: ທຸກຂັ້ນ, ທຸກຂະແໜງການຂອງຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຍົກສູງການພົວພັນດ້ານເສດຖະກິດ - ການຄ້າລະຫວ່າງ 2 ປະເທດ ກ່ວາອີກ. ທ່ານປະທານປະເທດເນັ້ນໜັກວ່າ: ຍາມໃດ ຫວຽດນາມ ກໍຖືເປັນສຳຄັນການປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ຖືນີ້ເປັນຊັບສົມບັດອັນລ້ຳຄ່າຄວນໄດ້ຮັບການຮັກສາໄວ້ ແລະ ສືບທອດຮອດເສັ່ນລູກເສັ່ນຫຼານ.
ແລະກໍໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ແລະ ທ່ານປະທານສະພາແຫ່ງຊາດ Nguyen Sinh Hung ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໂດຍທ່ານຮອງປະທານປະເທດ ສປປ ລາວ ນຳໜ້າ.