ການນຳລັດເຊຍ, ຍີ່ປຸ່ນ ເຫັນດີເປັນເອກະພາບມຸ່ງໄປເຖິງສັນຍາສັນຕິພາບ

(VOVWORLD) - ວັນທີ 26 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ຢືນຢັນວ່າ:
ການນຳລັດເຊຍ, ຍີ່ປຸ່ນ ເຫັນດີເປັນເອກະພາບມຸ່ງໄປເຖິງສັນຍາສັນຕິພາບ - ảnh 1 ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe (ພາບ: AFP/TTXVN)

ຈະມານະພະຍາຍາມມຸ່ງໄປເຖິງເລື່ອງລົງນາມໃນສັນຍາສັນຕິພາບພາຍຫລັງສົງຄາມ ແລະ ຍູ້ແຮງການຮ່ວມມືເສດຖະກິດ 2 ຝ່າຍ. ທີ່ການພົບປະເຈລະຈາຢູ່ວັງ Kremlin, ການນຳ 2 ທ່ານໄດ້ປຶກສາຫາລືວິທີຊຸກຍູ້ການເຄື່ອນໄຫວເສດຖະກິດຮ່ວມໃນ 5 ຂົງເຂດຢູ່ບັນດາໝູ່ເກາະທີ່ພວມມີການຂັດແຍ້ງກັນ ຄືດັ່ງໄດ້ເຫັນດີເມື່ອເດືອນ ກັນຍາ ປີ 2017.

        ກ່າວຄຳເຫັນທີ່ການປະຊຸມຂ່າວຢູ່ນະຄອນຫລວງ ມົດສະກູ ພາຍຫລັງການເຈລະຈາ, ທ່ານປະທານາທິບໍດີ Putin ເນັ້ນໜັກວ່າ: “ສຳຄັນແມ່ນ 2 ຝ່າຍພ້ອມກັນຍຶດໝັ້ນ ມຸ່ງໄປເຖິງມາດຕະການ (ໃຫ້ແກ່ບັນຫາສັນຍາສັນຕິພາບ) ບໍ່ພຽງແຕ່ຕອບສະໜອງບັນດາຜົນປະໂຫຍດແຫ່ງຊາດຂອງທັງ 2 ຝ່າຍເທົ່ານັ້ນ ຫາກຍັງຕ້ອງໄດ້ຮັບຄວາມເຫັນດີຈາກປະຊາຊົນ 2 ປະເທດອີກດ້ວຍ”. ທ່ານປະທານາທິບໍດີ Putin ກໍ່ສະໜັບສະໜູນຂໍ້ສະເໜີທີ່ຈັດສົ່ງຄະນະປະຕິບັດງານວິສາຫະກິດຂອງ ຍີ່ປຸ່ນ ໄປຍັງບັນດາເກາະທີ່ມີການຂັດແຍ້ງກັນໃນທ້າຍປີ 2018.

        ສ່ວນທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໃຫ້ຮູ້ວ່າ: ໂຕກຽວ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືກັບ ລັດເຊຍ. ທ່ານສະແດງຄວາມຫວັງວ່າ ຈະບັນລຸໄດ້ບາດກ້າວບຸກທະລຸໃໝ່ໃນການແກ້ໄຂບັນຫາຂັດແຍ້ງຜືນແຜ່ນດິນ ຊຶ່ງໄດ້ເຮັດໃຫ້ການພົວພັນ 2 ຝ່າຍຖືກຜົນສະທ້ອນຢ່າງຮ້າຍແຮງ ນັບແຕ່ສົງຄາມໄດ້ສິ້ນສຸດລົງ.

ຕອບກັບ

ຂ່າວ/ບົດ​ອື່ນ