ການນຳສະຫະພັນແມ່ຍິງລາວ ຢ້ຽມຢາມນະຄອນ ດ່ານັ້ງ
ການນຳສະຫະພັນແມ່ຍິງລາວ ຢ້ຽມຢາມນະຄອນດ່ານັ້ງ
(ພາບ: phunudanang.org.vn)
(vovworld) – ໃນການມາປະຕິບັດງານຢູ່ນະຄອນດ່ານັ້ງ ແຕ່ວັນທີ 07 – 09/06, ຕອນບ່າຍວັນທີ 07/06, ທ່ານນາງ ສີໄສ ລືເດດມູນສອນ, ກຳມະການສູນກາງພັກ, ປະທານສູນກາງສະຫະພັນແມ່ຍິງລາວ ນຳໜ້າຄະນະປະຕິບັດງານລາວ ມາເຮັດວຽກກັບສະຫະພັນແມ່ນຍິງນະຄອນດ່ານັ້ງ. ທີ່ການຕ້ອງຮັບ, ທ່ານນາງ ໂດ້ທິກິມແທງ, ປະທານສະຫະພັນແມ່ຍິງນະຄອນດ່ານັ້ງ ໄດ້ແຈ້ງໃຫ້ຊາບສະພາບການເຄື່ອນໄຫວ ແລະ ບັນດາຜົນງານດີເດັນຂອງສະຫະພັນແມ່ຍິງນະຄອນດ່ານັ້ງ ບັນລຸໄດ້ໃນໄລຍະຜ່ານມາ. ທ່ານນາງ ສີໄສ ລືເດດມູນສອນ ຕີລາຄາສູງ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງສະຫະພັນແມ່ຍິງນະຄອນດ່ານັ້ງ ບັນລຸໄດ້ ແລະ ປາດຖະໜາວ່າສະຫະພັນແມ່ຍິງຫວຽດນາມ ເວົ້າລວມ ແລະ ສະຫະພັນແມ່ຍິງນະຄອນດ່ານັ້ງ ເວົ້າສະເພາະ ຈະສືບຕໍ່ເພີ່ມທະວີການຮ່ວມມື, ແລກປ່ຽນບົດຮຽນຕ່າງໆ, ພ້ອມທັງຮັກສາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ລາວ ໃຫ້ໝັ້ນຄົງຂະໜົງແກ່ນຊົວກາລະນານ.