ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ
|
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ, ທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikos Kotzias ພວມມີການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 12 – 14/2/2017. ໃນການຢ້ຽມຢາມ, ວັນທີ 13/2, ທ່ານ ຟ້າມບີ່ງມີງ ແລະ ທ່ານ Nikos Kotzias ໄດ້ດຳເນີນການເຈລະຈາ. 2 ຝ່າຍຢັ້ງຢືນການພົວພັນຮ່ວມມືລະຫວ່າງ 2 ປະເທດມີບາດກ້າວພັດທະນາອັນດີງາມ. 2 ຝ່າຍໄດ້ແລກປ່ຽນ ແລະ ເປັນເອກະພາບບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດ ແລະ ເຫັນດີເປັນເອກະພາບເພີ່ມທະວີການພົບປະ, ແລກປ່ຽນຄະນະທຸກຂັ້ນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຄື ທາບທາມຕ້ານການເມືອງລະຫວ່າງ 2 ກະຊວງການຕ່າງປະເທດຢ່າງມີປະສິດທິຜົນ. 2 ຝ່າຍເປັນເອກະພາບສືບຕໍ່ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ປະຊາຄົມວິສາຫະກິດ 2 ປະເທດເພີ່ມທະວີການພົບປະ, ແລກປ່ຽນບົດຮຽນ ແລະ ເຊື່ອມຕໍ່ຄູ່ຮ່ວມມື, ສຸມໃສ່ເຂົ້າໃນບາງຂົງເຂດເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ເກຼັກ ມີທ່າແຮງ. 2 ຝ່າຍເປັນເອກະພາບຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ.
ແລະກໍ່ໃນຕອນບ່າຍວັນດຽວກັນ, ທີ່ສຳນັກງານລັດຖະບານ, ໃນການຕ້ອນຮັບ ທ່ານລັດຖະມົນຕີການຕ່າງປະເທດ ເກຼັກ Nikos Kotzias, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ແຈ້ງວ່າ: ຫວຽດນາມ ມີແຜນນະໂຍບາຍເພີ່ມທະວີການພົວພັນກັບທຸກໆປະເທດສະມາຊິກສະຫະພາບ ເອີລົບ (ອີຢູ), ໃນນັ້ນ ມີເກຼັກ. ຫວຽດນາມ ແລະ ເກຼັກ ມີ 40 ປີແຫ່ງການຮ່ວມມືນັບແຕ່ 2 ປະເທດສ້າງຕັ້ງການພົວພັນທາງການທູດເມື່ອປີ 1975. ປະຊາຊົນ 2 ປະເທດມີຄວາມສະໜິດຕິດພັນມາແຕ່ດົນນານ ແລະ ຫວຽດນາມ ຂອບອົກຂອບໃຈຕໍ່ໍ່ການສະໜັບສະໜູນຍາວອັນລ້ຳຄ່າເຊິ່ງປະຊາຊົນ ເກຼັກ ສະຫງວນໃຫ້ແກ່ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຍາດເອົາເອກະລາດ ແລະ ໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ. ຕີລາຄາສູງໝາກຜົນການເຈລະຈາລະຫວ່າງທ່ານລັດຖະມົນຕີກະຊວງການຕ່າງປະເທດ ເກຼັກ Nikos Kotzias ກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມີງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຊື່ອໝັ້ນວ່າ ບັນດາເນື້ອໃນແລກປ່ຽນຈະແມ່ນພື້ນຖານເພື່ອຮັດແໜ້ນການພົວພັນລະຫວ່າງ 2 ປະເທດກ່ວາອີກ.