ການປ້ອງກັນຄວາມສະຫງົບເປັນຫົວຂໍ້ສັບສົນທີ່ສຸດ

ການປ້ອງກັນຄວາມສະຫງົບເປັນຫົວຂໍ້ສັບສົນທີ່ສຸດ - ảnh 1
(ພາບປະກອບ)

​(vovworld) - ​​​ການ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິ​​ດລະຫວ່າງ​ອາ​ເມ​ລິ​ກາ - ຈີນ ຄັ້ງ​ທີ 7 ຈະ​ດຳ​ເນີນ​ໄປ​ຢູ່​ວໍ​ຊິງ​ຕັນ ດຊີ, ປະ​ເທດ​ອາ​ເມ​ລິ​ກາ, ​ໃນ​ວັນ​ທີ 23 – 24/06 (ຕາມ​ເວລາ​ທ້ອງ​ຖິ່ນ), ​ໂດຍສຸມ​ໃສ່​ບັນດາ​ຂົງ​ເຂດຄື: ການ​ປ້ອງ​ກັນ​ຄວາມ​ສະຫງົບ, ​ເສດຖະກິ​ດ ​ແລະ ການ​ພົບ​ປະ​ແລ​ກປ່ຽນ​ປະຊາຊົນ ກັບ​ໂຄງການ​ດຳ​ເນີນ​ງານ​ລວມມີບັນດາ​ຫົວ​ຂໍ້ ຈາກ ​ເລື່ອງ​​ແຮກ​ເກີ, ຄວາມ​ປອດ​ໄພ​​ໃນ​ການ​ເດີນ​ທະ​ເລ, ການ​ລົງທຶນ 2 ຝ່າຍ, ສິດທິ​ມະນຸດ, ສະພາບ​ການ​ຢູ່​ຮົ່ງກົງ ຕະຫຼອດ​ຮອດ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. 2 ຝ່າຍ​ກໍຈະ​ດຳ​ເນີນ​ການ​ທາ​ບທາມ​ຄວາມ​ເຫັນ​ເພື່ອ​ແນ​ໃສ່​ຍູ້​ແຮງ​ການ​ພົວພັນ​ໃນ​ບັນດາ​ຂົງ​ເຂດ​ວັດທະນະທຳ, ການ​ສຶກສາ, ກິລາ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຊີ ​ແລະ ສາທາລະນະ​ສຸກ. ການ​ເຈລະຈາ​ຄັ້ງນີ້ຍັງ​ແມ່ນ​ພື້ນຖານ​ເພື່ອ​ກະກຽມ​ໃຫ້ການ​ໄປ​ຢ້ຽມຢາມ​ອາ​ເມ​ລິ​ກາ​ ຂອງ​ທ່ານ​ປະທານ​ປະ​ເທດ​ຈີນ ສື​ຈິ​ນຜິງ ​ໃນ​ເດືອນ 09 ຈະ​ມາ​ເຖິງ. ຮອບ​ເຈລະຈາ​ປະຈຳ​ປີ​ລະຫວ່າງອາ​ເມ​ລິ​ກາ - ຈີນ ​ເລີ່ມດຳ​ເນີນ​ໄປ​ໃນ​ວັນ​ທີ 22/06, ດ້ວຍ​ການ​ເຈລະຈາ​ປ້ອງ​ກັນ​ຄວາມ​ສະຫງົບ​ຍຸດ​ທະ​ສາດ (SDD) ຄັ້ງ​ທີ 5. ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Antony Blinken ​ແລະ ທ່ານ​ລັດຖະມົນຕີ​ຊ່ວຍວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ຈາງ​ເຍຍຊວຍ. ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ກໍ່​ໄດ້​ຮັບ​ບຸລິມະສິດ​ສູງ​ໃນ​ໂຄງການ​ດຳ​​ເນີນ​ງານ​ຂອງ​ການ​ເຈລະຈາ​ຍຸດ​ທະ​ສາດ ​ແລະ ​ເສດຖະກິດ ອາ​ເມ​ລິ​ກາ - ຈີນ.

ຂ່າວ/ບົດ​ອື່ນ