( vovworld ) - ກົມລົງທຶນຕ່າງປະເທດສັງກັດກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ, ໄລ່ມາຮອດປະຈຸບັນຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດ ( FDI ) ທີ່ໄດ້ປ່ອຍເງິນບັນລຸໄດ້ 5,4 ຕື້ USD, ເພີ່ມຂຶ້ນເກືອບ 2% ເມື່ອທຽບໃສ່ປີ 2011. ແຕ່ຕົ້ນປີມາຮອດປະຈຸບັນ, ຈຳນວນທຶນ FDI ບັນລຸເກືອບ 6,4 ຕື້ USD. ໃນນັ້ນ, ຈຳນວນທຶນ FDI ຈົດທະບຽນໃໝ່ບັນລຸເກືອບ 4,8 ຕື້ USD ດ້ວຍ 452 ໂຄງການໃໝ່ ແລະ ກວ່າ 120 ໂຄງການໄດ້ເພີ່ມເງິນລົງທຶນ. ທ່ານ Do Nhat Hoang, ຫົວໜ້າກົມລົງທຶນຕ່າງປະເທດສັງກັດ, ກະຊວງແຜນການ ແລະ ການລົງທຶນຫວຽດນາມໃຫ້ຮູ້ວ່າ.
“ ການລົງທຶນຕ່າງປະເທດ ເຖິງວ່າໄດ້ຫຼຸດລົງດ້ານຈຳນວນກໍຕາມ, ແຕ່ການປ່ອຍເງິນໄດ້ຮັບການຮັກສາໄວ້ ຖ້າຫາກປຽບທຽບຊຸມເດືອນຕົ້ນປີ 2012 ກັບປີ 2011 ກໍ່ຄືປີ 2010. ຈຳນວນທຶນຈົດທະບຽນອາດຈະຫຼຸດລົງ ແຕ່ການປ່ອຍເງິນແມ່ນທຶນຕົວຈິງເຊິ່ງບັນດານັກລົງທຶນຕ່າງປະເທດນຳເຂົ້າມາລົງທຶນຍັງໄດ້ຮັບການຮັກສາໄວ້. ການສົ່ງອອກໃນປີ 2012 ເມື່ອທຽບກັບໄລຍະດຽວກັນຂອງປີ 2011ເພີ່ມຂຶ້ນ 36,9% ການນຳເຂົ້າເພີ່ມຂຶ້ນ 25,3%. ນັ້ນແມ່ນສັນຍານທີ່ດີໃນການລົງທຶນຕ່າງປະເທດ ແລະ ບົນພື້ນຖານນັ້ນ ລັດຖະບານປະຕິບັດບັນດາກຸ່ມມາດຕະການ, ປະຕິບັດມະຕິເລກທີ 11 ກ່ຽວກັບການຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຮັບປະກັນຊີວິດສັງຄົມ. ບັນດາສິ່ງດັ່ງກ່າວແມ່ນແທດເໝາະ, ຈຳເປັນ, ໄດ້ສົ່ງຜົນຜົນກະທົບດີ, ປະກອບສ່ວນເຂົ້າໃນການດຶງດູດທຶນ FDI ຫຼາຍພໍສົມຄວນ”.