(vovworld) - ກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ຖືກໄຂຂຶ້ນໃນຕອນເຊົ້າວັນທີ 20/05 ຢ່າງເປັນທາງການຢູ່ຮ່າໂນ້ຍ ໄດ້ດຶງດູດຄວາມສົນໃຈຂອງຜູ້ມີສິດເລືອກຕັ້ງເປັນຈຳນວນຫຼວງຫຼາຍ. ກ່ຽວຂ້ອງເຖິງເລື່ອງລົງຄະແນນສຽງ, ປ່ອນບັດໄວ້ວາງໃຈສຳລັບຜູ້ດຳລົງຕຳແຫນ່ງໂດຍສະພາແຫ່ງຊາດ, ສະພາປະຊາຊົນເລືອກຕັ້ງຫລືໃຫ້ສັດຕະຍາບັນ, ທ່ານ ດັ້ງຮີວຮາວ, ຜູ້ມີສິດເລືອກຕັ້ງນະຄອນດ່ານັ້ງ, ຍົກຄຳເຫັນວ່າ.
“ຂ້າພະເຂົ້າເຫັນວ່າ ນີ້ແມ່ນວຽກງານທີ່ດີ, ສະແດງໃຫ້ເຫັນລັກສະນະປະຊາທິປະໄຕໃນສະພາແຫ່ງຊາດ ແລະ ໃນທົ່ວປວງຊົນ. ບັນດາສະມາຊິກສະພາແຫ່ງຊາດ ຕ້ອງເອົາໃຈໃສ່ເຂົ້າໃນການປະຕິບັດບັນຫາປ່ອນບັດໄວ້ວາງໃຈໃຫ້ຖືກຕ້ອງ ແລະ ພາວະວິໄສ”.
ກ່ຽວກັບກົດໝາຍວ່າດ້ວຍທີ່ດິນ, ທ່ານ ດ່ວານຮົ່ງເຈືອງ, ຜູ້ມີສິດເລືອກຕັ້ງ, ຮອງປະທານສະມາຄົມອະດີດນັກຮົບນະຄອນດ່ານັ້ງ ຖືວ່າ.
“ສະພາແຫ່ງຊາດໄດ້ປຶກສາຫາລືຫຼາຍບັນຫາສຳຄັນ, ໃນນັ້ນມີກົດໝາຍວ່າດ້ວຍທີ່ດິນ. ມັນຈະຕັດສິນວ່າທີ່ດິນຂຶ້ນກັບກຳມະສິດຂອງທົ່ວປວງຊົນ ຫຼື ກຳມະສິດຂອງສ່ວນບຸກຄົນ. ການປຶກສາຫາລືໃນສະພາແຫ່ງຊາດກໍມີບັນດາມາດຕະການແກ້ໄຂທີ່ເໝາະສົມຕາມຄວາມມຸ້ງມາດປາດຖະໜາຂອງປະຊາຊົນວ່າ ທີ່ດິນແມ່ນຂຶ້ນກັບກຳມະສິດຂອງທົ່ວປວງຊົນ. ພວກຂ້າພະເຈົ້າສົນໃຈເຖິງທີ່ດິນຂອງຄອບຄົວຜູ້ປູກປ່າ ຕ້ອງເຮັດຄືແນວໃດໃຫ້ເໝາະສົມ, ຕ້ອງໃຊ້ເວລາດົນເທົ່າໃດໃຫ້ແກ່ເຂົ້າເຈົ້າ ຫາກບໍ່ອາດເວົ້າວ່າ ທີ່ດິນສາມາດມອບໃຫ້ບັນດາຄອບຄົວນຳໃຊ້ແບບຖາວອນໄດ້”.