ການປະຊຸມຂ່າວປະກາດໝາກຜົນກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຊຸດທີ13

ການປະຊຸມຂ່າວປະກາດໝາກຜົນກອງປະຊຸມສະໄຫມສາມັນເທື່ອທີ9ສະພາແຫ່ງຊາດຊຸດທີ13 - ảnh 1
ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທ​ື່ອ​ທີ 9 ສ​ະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13

(vovworld)- ​  ພາຍ​ຫລັງ​ກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທ​ື່ອ​ທີ 9 ສ​ະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ອັດ​ລົງ, ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ​ໄດ້​ຈັດ​ການ​ປະ​ຊຸ​ມ​ຂ່າວ​ກັບ​ອົງ​ການ​ສື່ມວນ​ຊົນ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ ເພື່ອ​ປະ​ກາດ​ໝາກ​ຜົນ​ຂອງກອງ​ປະ​ຊຸມ​ເທື່ອນີ້. ທີ່​ການ​ປະ​ຊ​ຸມ​ຂ່າວ, ທ່ານ ຫງວຽ​ນ​ແຫ່ງ​ຟຸກ ຫົວ​ຫນ້າ​ຫ້ອງວ່າ​ການ​ສະ​ພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ: ​ສະ​ໄຫມ​ປະ​ຊຸມ​ເທື່ອນີ້ ໄດ້​ຮັບ​ຮອງ​ເອົາ​ບັນ​ດາ​ຮ່າງ​ກົດ​ໝາຍ​ສຳ​ຄັນ​ຄື: ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ລັດ​ຖະ​ບານ(ສະ​ບັບ​ປັບ​ປຸງ), ກົດ​ໝາຍ​ວ່າ​ດ້ວຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ, ກົດ​ໝາຍ​ວ່າ​ດ້ວຍ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ (ສະ​ບັບ​ປັບ​ປຸງ)… ແລະ​ສະ​ໄຫມ​ປະ​ຊຸມ​ເທື່ອນີ້ ​ສືບ​ຕໍ່ມີ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ​ໃນ​ການ​ເຄື່ອນ​ໄຫວ​ຊັກ​ຖາມ, ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ຕິດ​ຕາມກວດ​ກາ.

ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ໂຄງ​ການກໍ່​ສ້າງ​ສະ​ຫນາມ​ບິນ​ສາ​ກົນ ລອງ​ແທ່ງ, ທ່ານ ຫງວຽນ​ແຫ້ງ​ຟ​ຸກ ຊີ້​ແຈ້ງວ່າ ສະ​ພາ​ແຫ່ງ​ຊາດ ຮັບ​ຮູ້: ນີ້​ແມ່ນ​ໂຄງ​ການ​ສຳ​ຄັນ ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫລວງ​ຕໍ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ