ການພົບປະເຈລະຈາລະ ຫວ່າງການນຳກະຊວງ ແຜນການແລະການລົງທຶນ ຫວຽດນາມ-ກຳປູເຈຍ
ພາບປະກອບ: baodientu.chinhphu.vn)
(vovworld)- ຕອນເຊົ້າວັນທີ 4/12, ຢູ່ແຂວງຈ່າວິງ, ທ່ານຫງວຽນວັນຮຽວ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ມີການພົບປະເຈລະຈາກັບຄະນະນັກວິຊາການຂັ້ນສູງຂອງກະຊວງແຜນການລາຊະອານາຈັກກຳປູເຈຍ ໂດຍທ່ານ Hou Taing Eng ລັດຖະມົນຕີກະຊວງແຜນການລາຊະອານາຈັກກຳປູເຈຍ ເປັນຫົວໜ້າຄະນະ ກ່ຽວກັບການເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ. ສອງຝ່າຍເຫັນດີເປັນເອກະສັນຈະຮັກສາບັນດາເນື້ອໃນໄດ້ຮ່ວມມື, ຕາມນັ້ນແລ້ວຈະສືບຕໍ່ຊຸກຍູ້ການແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງສອງປະເທດເພື່ອຮັບໃຊ້ໃຫ້ແກ່ວຽກງານສ້າງ ແລະ ບໍລິຫານແຜນການ, ຂົງເຂດສະຖິຕິ. ສອງຝ່າຍເຫັນດີເປັນເອກະສັນຈະແລກປ່ຽນ, ແບ່ງປັນບົດຮຽນເປັນປະຈຳ ແລະ ຍື່ນສະເໜີຕໍ່ລັດຖະມົນຕີສອງປະເທດ ເພີມເຕີ່ມເນື້ອໃນວຽກງານກວດກາເພື່ອສອງກະຊວງປຶກສາຫາລື, ເຊັນເອກະສານຮ່ວມມືຢູ່ກຳປູເຈຍ ໃນຕົ້ນປີ 2014 ຈະມາເຖິງນີ້.