ການພົບປະແລກປ່ຽນ ວັດທະນະທຳຫວຽດ ນາມ-ອິນເດຍ

ການພົບປະແລກປ່ຽນ ວັດທະນະທຳຫວຽດ ນາມ-ອິນເດຍ - ảnh 1
(ພາບ:
TTXVN)

 (vovworld)-​​​​ ​​ໃນ​ຂອບ​ເຂດ​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ມະ​ໂຫລານ​ມິດຕະພາບ ປຊຊ ຫວຽ​ດນາມ-​ອິນ​ເດຍ ຄັ້ງທີ 5 ຈັດ​ຂຶ້ນ​ຢູ່​ດ່າ​ນັງ, ຕອນ​ເຊົ້າວັນ​ທີ 23/10, ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ນະຄອນ​ດ່າ​ນັງ, ຫໍພິພິທະ​ພັນ​ແກະ​ຄັວດສະ​ລັກ​ຈຳ​ດ​່ານັງ ​ແລະ ຄະນະ​ຜູ້​ແທນ ປຊຊ ອິນ​ເດຍ ​ໄດ້​ຈັດການ​ພົບ​ປະ​ແລກປ່ຽນ​ວັດທະນະທຳ​ ຫວຽ​ດນາມ-​ອິນ​ເດຍ. ນະ​ທີ່​ນີ້, ບັນດາ​ຜູ້​ແທນ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ກ່ຽວກັບກົກ​ເຄົ້າ ​ແລະ ຜົນ​ສະທ້ອນ​ຂອງ​ວັດທະນະທຳ​ອິນ​ເດຍ ຕໍ່​ວັດທະນະທຳ​ຈຳປາ, ສະ​ແດງ​​ໃຫ້​​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ສອງ​ຝ່າຍ​​ໃນການ​ປົກ​ປັກ​ຮັກສາ, ​ເພິ່ມພູນ​ຄູນ​ສ້າງ​ຊັບ​ສິນ​ທີ່​ມີຄ່າ​ຂອງ​ວັດທະນະທຳ ​ແລະ ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ຂອງ​ສອງ​ຊາດ. ທ່ານ D.P.Tripathli ​ເລຂາທິການ​ໃຫ່ຍພັກ​ຄອງ​ເກດ, ຮອງ​ປະທານ​ອົງການ​ສັນຕິພາບ ​ແລະ ສາມັກຄີ​ທົ່ວ​ອິນ​ເດຍ ​ເນັ້ນໜັກ​ວ່າ:

   “ວັດທະນະທຳ​ຈຳປາ​ເຂັ້ມຂົ້ນ​ໄປ​ດ້ວຍ​ຄຸນຄ່າ​ວັດທະນະ​ທຳຂອງ​ອິນ​ເດຍ. ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ສາຍ​ພົວພັນ​ລະຫວ່າງ ຫວຽ​ດນາມ-​ອິນ​ເດຍ  ສະໜິດ​ຕິດ​ພັນ​ກັນ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ນຳ​ກັນ. ອຳນາດ​ການ​ປົກ​ຄອງ​ນະຄອນ​ດ່າ​ນັງ​ໄດ້​ສ້າງຕັ້ງ, ຮັກສາ​ຫໍພິພິທະ​ພັນ​ແກະຄວັດ​ສະ​ລັກ. ກັບ​ເມືອ​ປະ​ເທດ​ອິນ​ເດຍ, ພວກ​ຂ້າພະ​ເຈົ້າຈະ​ໂຄສະນາ, ​ແນະນຳ​ພື້ນຖານ​ວັດທະນະທຳ​ຈຳປາ​ເພື່ອ​ໃຫ້ ປຊຊ ອິນ​ເດຍ​ເຂົ້າ​ໃຈ​ແຈ້ງ, ​ເຫັນ​ໄດ້​ສາຍ​ພົວພັນ​ວັດທະນະທຳ, ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ“.

ຂ່າວ/ບົດ​ອື່ນ