ການພົວພັນ ຫວຽດນາມ - ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະ ພັດທະນາຢ່າງແທດຈິງ

(VOVWORLD) - ການຢ້ຽມຢາມດຳເນີນໄປໃນສະພາບການພົວພັນ 2 ຝ່າຍພວມສືບຕໍ່ເຂົ້າສູ່ລວງເລິກ ແລະ ມີບັນດາບາດກ້າວພັດທະນາຢ່າງແທດຈິງໃນຫຼາຍຂົງເຂດ.
ການພົວພັນ ຫວຽດນາມ - ເຢຍລະມັນ ສືບຕໍ່ເຂົ້າສູ່ລວງເລິກ ແລະ ພັດທະນາຢ່າງແທດຈິງ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ເຢຍລະມັນ ຫວູກວາງມິງ
(ພາບ: TTXVN)

ທ່ານປະທານາທິບໍດີ ສະຫະພັນ ເຢຍລະມັນ Frank-Walter Steinmeier ແລະ ພັນລະຍາ Elke Büdenbender ຈະໄປຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 23-24 ມັງກອນ ຈະມາເຖິງ.

ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳສະຫະພັນ ເຢຍລະມັນ ຫວູກວາງມິງ ແລ້ວ, ການຢ້ຽມຢາມດຳເນີນໄປໃນສະພາບການພົວພັນ 2 ຝ່າຍພວມສືບຕໍ່ເຂົ້າສູ່ລວງເລິກ ແລະ ມີບັນດາບາດກ້າວພັດທະນາຢ່າງແທດຈິງໃນຫຼາຍຂົງເຂດ. ຍິ່ງມີຄວາມໝາຍກວ່າ, ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ຂອງທ່ານປະທານາທິບໍດີ Frank-Walter Steinmeier ໃນປີ 2024 ແລະ ກໍ່ແມ່ນການແລກປ່ຽນຄະນະຜູ້ແທນຂັ້ນສູງຄັ້ງທຳອິດລະຫວ່າງ 2 ປະເທດໃນປີ 2024.

ຕາມແຜນການ, ທ່ານປະທານາທິບໍດີ Frank-Walter Steinmeier ຈະພົບປະກັບການນຳຂັ້ນສູງສຸດຂອງ ຫວຽດນາມ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃຫ້ຫຼາຍກວ່າເກົ່າ, ບົນພື້ນຖານບັນດາຂົງເຂດທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນເວທີສາກົນ. ເນື້ອໃນຈຸດສຸມຂອງການຢ້ຽມຢາມ ແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ໃນຂະນະທີ່ຮ່ວມເດີນທາງກັບທ່ານປະທານາທິບໍດີ Frank-Walter Steinmeier ແມ່ນຄະນະຜູ້ແທນວິສາຫະກິດໃຫຍ່ຫຼາຍແຫ່ງຂອງ ເຢຍລະມັນ ທີ່ພວມເຄື່ອນໄຫວໃນບັນດາຂົງເຂດທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ