ການພົວພັນການຄ້າຫວຽດນາມ-ອິນເດຍພັດທະນາຢ່າງແຮງ

ການພົວພັນການຄ້າຫວຽດນາມ-ອິນເດຍພັດທະນາຢ່າງແຮງ - ảnh 1
ພາບປະກອບ

(vovworld) – ການ​ພົວພັນ​ທາງ​ດ້ານການ​ຄ້າ​ລະຫວ່າງ ຫວຽດນາມ - ອິນ​ເດຍ ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ພັດທະນາ​ຢ່າງ​ແຮງ, ​ແມ່ນ​ໜຶ່ງ​ໃນ 5 ​ເສົາ​ຄ້ຳ​ໃນ​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດຍ. ທ່ານ ຫງວຽນ​ເຊີນ​ຮ່າ, ທີ່​ປຶກສາ​ດ້ານການ​ຄ້າ ຫວຽດນາມ ປະຈຳ ອິນ​ເດຍ ​ໃຫ້​ຮູ້​ວ່າ: ອິນ​ເດຍ​ແມ່ນ​ໜຶ່ງ​ໃນ​ຈຳນວນ 10 ຄູ່​ຮ່ວມ​ມື​ການ​ຄ້າ​ລາຍ​ໃຫຍ່​ຂອງ ຫວຽດນາມ ​ແລະ ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 4 ຂອງ​ອິນ​ເດຍ​ໃນ​ສະມາ​ຄົມ​ ອາ​ຊຽນ. ອິນ​ເດຍ ​ແລະ ຫວຽດນາມ ພວມ​ເພີ່ມ​ທະວີ​ການ​ພົວພັນການ​ຄ້າ 2 ຝ່າຍ​ດ້ວຍ​ຫຼາຍ​ມາດ​ຕະການ, ​ໃນ​ນັ້ນ​ມີ​ເລື່ອງ​ຊຸກຍູ້​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ກົດໝາຍ​ແມ່ນ​ພື້ນຖານ​ເພື່ອ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ການ​ຄ້າ ​ແລະ ການ​ລົງທຶນ​ຕ່າງໆ. ອິນ​ເດຍ ​ໄດ້​ຮັບ​ຮູ້​ຫວຽດນາມ ມີ​ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ, 2 ປະ​ເທດ​ໄດ້​ເຊັນ​ສັນຍາ​ສະບັບ​ຕ່າງໆ, ພິ​ເສດ​ແມ່ນ​ສັນຍາ​ການ​ຄ້າ​ເສລີ​ສິນຄ້າ ອາ​ຊຽນ - ອິນ​ເດຍ (AITIG) ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້ການ​ຊື້​ຂາຍ​ສິນຄ້າ​ລະ​ຫວ່າງ​ບັນດາ​ວິ​ສາ​ຫະກິດ 2 ປະ​ເທດ.

    ​ເພື່ອ​ຂຸດ​ຄົ້ນ​ທ່າ​ແຮງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ການ​ຮ່ວມ​ມື​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ 2 ຝ່າຍ, ຫວຽດນາມ ​ແລະ ອິນ​ເດຍ ມີ​ແຜນ​ນະ​ໂຍບາຍ​ປະຕິບັດ​ບັນດາ​ມາດ​ຕະການ​ຄື: ອະນຸ​ກຳມະການ​ການ​ຄ້າ​ປະສົມ​ລະຫວ່າງ​ກະຊວງ​ອຸດສາຫະກຳ ການ​ຄ້າ ຫວຽດນາມ ​ແລະ ກະຊວງ​ການ​ຄ້າ ​ແລະ ອຸດສາຫະກຳ ອິນ​ເດຍ ​​ຈັດ​ກອງ​ປະຊຸມ​​ເປັນ​ປະຈຳ​ປີ​, ຊຸກຍູ້​ການ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ - ອິນ​ເດຍ.​​.​.

ຂ່າວ/ບົດ​ອື່ນ