(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງການພົວພັນທີ່ເປັນມູນເຊື້ອມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ໃນຊຸມປີຜ່ານມາໄດ້ພັດທະນາຢ່າງບໍ່ຢຸດຢັ້ງ; ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງເຊິ່ງສະແດງໃຫ້ເຫັນຜ່ານບັນດາການຢ້ຽມຢາມ...
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ທີ່ການພົບປະ
|
ວັນທີ 26 ມິຖຸນາ, ໃນຂອບເຂດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານ Istvan Jakab, ຮອງປະທານສະພາແຫ່ງຊາດ ຮຸງກາຣີ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງການພົວພັນທີ່ເປັນມູນເຊື້ອມິດຕະພາບ ແລະ ການຮ່ວມມືຫຼາຍດ້ານລະຫວ່າງ ຫວຽດນາມ ແລະ ຮຸງກາຣີ ໃນຊຸມປີຜ່ານມາໄດ້ພັດທະນາຢ່າງບໍ່ຢຸດຢັ້ງ; ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໄດ້ຮັບການປັບປຸງເຊິ່ງສະແດງໃຫ້ເຫັນຜ່ານບັນດາການຢ້ຽມຢາມ ແລະ ການພົບປະຂັ້ນສູງຂອງການນຳສອງຝ່າຍໃນທຸກຊ່ອງທາງຄື: ພັກ, ລັດຖະບານ, ສະພາແຫ່ງຊາດ, ການພົວພັນແລກປ່ຽນປະຊາຊົນ. ພິເສດ, ການພົວພັນລະຫວ່າງສອງປະເທດໄດ້ຍົກສູງຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດຮອບດ້ານໃນໂອກາດການຢ້ຽມຢາມ ຮຸງກາຣີ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນເດືອນ ກັນຍາ 2018.
ການນຳສອງທ່ານໄດ້ເນັ້ນໜັກວ່າ, ການຮ່ວມມືດ້ານກະສິກຳແມ່ນຂົງເຂດທີ່ສອງຝ່າຍຕ້ອງສຸມໃສ່ຊຸກຍູ້, ແບ່ງປັນບົດຮຽນ. ສອງຝ່າຍກໍ່ເຫັນດີເປັນເອກະພາບຖືວ່າ, ໃນສະພາບການທີ່ໂລກມີການຜັນແປທີ່ສັບສົນຄືໃນປະຈຸບັນ, ນ້ຳໃຈມິດຕະພາບ, ຄວາມຮັກແພງເຊິ່ງປະຊາຊົນສອງປະເທດສະຫງວນໃຫ້ກັນຍັງແມ່ນພື້ນຖານສຳຄັນທີ່ສຸດ, ເປັນຊັບສົມບັດອັນລ້ຳຄ່າທີ່ບໍ່ແມ່ນປະເທດໃດກໍ່ມີ.
ແລະກໍ່ໃນວັນດຽວກັນ,ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳນະຄອນ Albertirsa, ຢ້ຽມຢາມບໍລິສັດ Mirelite Mirsa, ບໍລິສັດປຸງແຕ່ງຜະລິດຕະພັນກະເສດແຊ່ເຢັນ.