ການພົວພັນຫວຽດນາມ-ອາເມລິກາບັນລຸໄດ້ບັນດາບາດກ້າວປະທັບໃຈ
(ທ່ານຮອງນາຍົກລັດຖະມົນຕີ,
ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ)
(vovworld) - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ຫາກໍ່ມີບົດຂຽນກ່ຽວກັບການພົວພັນຫວຽດນາມ - ອາເມລິກາ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ, ໃນນັ້ນຢືນຢັນວ່າ, ການພົວພັນຫວຽດນາມ - ອາເມລິກາ ບັນລຸໄດ້ບັນດາບາດກ້າວປະທັບໃຈ. ບົດຂຽນໃຫ້ຮູ້ວ່າ, ໃນ 20 ປີຜ່ານມາ, ພິເສດນັບແຕ່ພາຍຫຼັງສັນຍາການຄ້າສອງຝ່າຍ (BTA) ໄດ້ຮັບການລົງນາມເມື່ອປີ 2000, ການພົວພັນທາງດ້ານເສດຖະກິດ - ການຄ້າສອງຝ່າຍໄດ້ພັດທະນາຢ່າງແທ້ຈິງ. ຈາກຕົວເລກ 400 ລ້ານ USD ໃນປີ 1994, ວົງເງິນການຄ້າສອງຝ່າຍໄດ້ເພີ່ມຂຶ້ນທົບເກືອບ 90 ເທົ່າ, ແມ່ນຂຶ້ນເຖິງ 36,3 ຕື້ USD ໃນປີ 2014. ດ້ວຍວົງເງິນສົ່ງອອກແມ່ນ 30,6 ຕື້ USD ໃນປີ 2014, ຫວຽດນາມ ໄດ້ບືນຕົວຂຶ້ນກາຍເປັນປະເທດນຳໜ້າອາຊຽນ ກ່ຽວກັບການສົ່ງອອກເຂົ້າອາເມລິກາ. ໃນຂະນະນັ້ນ, ອາເມລິກາ ກໍ່ບືນຕົວຂຶ້ນຈາກອັນດັບທີ 11 ກາຍເປັນປະເທດລົງທຶນໃຫຍ່ອັນດັບ 7 ເຂົ້າຫວຽດນາມ, ດ້ວຍຍອດຈຳນວນທຶນປະມານ 11 ຕື້ USD. ຄາດວ່າພາຍຫຼັງສັນຍາຄູ່ຮ່ວມມືຂ້າມປາຊິຟິກ (TPP) ໄດ້ຮັບການລົງນາມ ແລະ ມີຜົນສັກສິດ, ການພົວພັນດ້ານເສດຖະກິດລະຫວ່າງສອງປະເທດຈະພັດທະນາກວ່າອີກ. ສອງຝ່າຍໄດ້ສ້າງການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ເມື່ອປີ 2013, ອັນໄດ້ເປີດໄລຍະພັດທະນາໃໝ່ໃນການພົວພັນລະຫວ່າງສອງປະເທດ.