ການພົວພັນອິນເດຍ-ຫວຽດນາມປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ,ສະຖຽນລະພາບແລະຄວາມວັດທະນາຖາວອນໃນພາກພື້ນ

ການພົວພັນອິນເດຍ-ຫວຽດນາມປະກອບສ່ວນຕັ້ງໜ້າເຂົ້າໃນສັນຕິພາບ,ສະຖຽນລະພາບແລະຄວາມວັດທະນາຖາວອນໃນພາກພື້ນ - ảnh 1
ທ່ານ​ປະທານາທິບໍດີ ອິນ​ເດຍ Pranab Mukherjee
(ພາບ: ibnlive.in.com)

(vovworld) - ກ່ອນ​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 14 – 17/9, ທ່ານ​ປະທານາທິບໍດີ ອິນ​ເດຍ Pranab Mukherjee ​ໄດ້​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ສຳນັກ​ຂ່າ​ວສານ ຫວຽດນາມ ປະຈຳ New Delhi.

        ທ່ານ​ປະທານາທິບໍດີ Mukherjee ຢັ້ງຢືນ​ການ​ພົວພັນ 2 ຝ່າຍ ອິນ​ເດຍ - ຫວຽດນາມ ບໍ່​ມີ​ເວລາ​ໃດ​ດີງາມ​ຄື​ໄລຍະ​ປະຈຸ​ບັນ. ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະຫວ່າງ 2 ປະ​ເທດ​ໄດ້​ຮັບ​ກາ​ນຈັດ​ຕັ້ງ​ໃນ​ປີ 2007 ​ແລະ ປະຈຸ​ບັນ​ໄດ້​ກ້າວ​ເຂົ້າ​ສູ່​ປີ​ທີ 8. ການ​ຢ້ຽມຢາມ​ ຫວຽດນາມ ຈະ​ມາ​ເຖິງຂອງ​ທ່ານ ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ນີ້​ຜ່ານ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ​ເຈືອ​ງ​ເຕີນ​ຊາງ ​ແລະ ບັນດາ​ການ​ນຳ​ອື່ນໆ​ຂອງ ຫວຽດນາມ. ກ່ຽວກັບ​ບັນດາ​ຄວາມ​ຄື​ບໜ້າ​ໃນ​ການ​ຮ່ວມ​ມື​ຕາມ​ຖະ​ແຫຼ​ງການ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດນາມ - ອິນ​ເດຍ, ທ່ານ​ປະ​ນາ​ທິບໍດີ Mukherjee ຢັ້ງຢືນ​ວ່າ: 2 ຝ່າຍ​ບັນລຸ​ໄດ້​ຄວາມ​ກ້າວໜ້າ​ອັນ​ໃຫຍ່​ຫຼວງ​ໃນ​ທຸກ​ຂົງ​ເຂດຈາກ​ດ້ານ​ການ​ເມືອງ, ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ.​..​

        ຕີ​ລາຄາ​ກ່ຽວ​ກັບ​ບົດບາດ​ຂອງ ຫວຽດນາມ ​ໃນ ອາ​ຊຽນ ​ແລະ ​ໃນ​ນະ​ໂຍບາຍ “​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ” ຂອງ ອິນ​ເດຍ, ທ່ານ​ປະທານາທິບໍດີ Mukherjee ຊີ້​ແຈ້ງ​ວ່າ:  ຫວຽດນາມ ​ແມ່ນ​ເສົາ​ຄ້ຳ​ໜຶ່ງ​ສຳຄັນ​ໃນ​ນະ​ໂຍບາຍ “​ມຸ່ງ​ໄປ​ສູ່​ທິດຕາ​ເວັນ​ອອກ” ຂອງ ອິນ​ເດຍ. ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຂອງ ອິນ​ເດຍ ​ໃນ ອາ​ຊຽນ ກໍ່​ຄື​ໃນ​ພາກ​ພື້ນ​ທີ່​ກ້ວາງ​ໃຫຍ່​ກ່ວາ. ອິນ​ເດຍ ຕີ​ລາຄາ​ສູງ​ການ​ສະໜັບສະໜູນ​ຂອງ ຫວຽດນາມ ສຳລັບ ອິນ​ເດຍ ​ໃນບັນດາ​ເວທີ​ປາ​ໄສ ສາກົນ ​ແລະ ພາກ​ພື້ນ.


ຂ່າວ/ບົດ​ອື່ນ