ການວາງລະເບີດລົດໂອໂຕຢູ່ອີຣັກເຮັດໃຫ້ກ່ວາ70ຄົນເສຍຊີວິດແລະຮັບບາດເຈັບ

ການວາງລະເບີດລົດໂອໂຕຢູ່ອີຣັກເຮັດໃຫ້ກ່ວາ70ຄົນເສຍຊີວິດແລະຮັບບາດເຈັບ - ảnh 1
ສະຖານທີ່ເກີດເຫດ
(ພາບ: AFP/TTXVN)

(vovworld) – ວັນ​ທີ 11/5, ຕຳຫຼວດ ອີຣັກ ​ໃຫ້​ຮູ້​ວ່າ: ​ໄດ້​ເກີດ​​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ 2 ຄັ້ງ​ທີ່​ເລັ່ງ​ໃສ່​ສາມັນ​ຊົນ​ຢູ່​ນະຄອນຫຼວງ ​ແບດ​ແດດ ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 22 ຄົນ​ເສ​ຍຊີວິດ ​ແລະ ກ່ວາ 50 ຄົນ​ຖືກ​ຮັບ​ບາດ​ເຈັບ, ພາຍຫຼັງ​ເຫດ​ວາງ​ລະ​ເບີດ​ລົດ​ໂອ​ໂຕ​ຢູ່​ເຂດ​ທີ່ມີ​ຊາວ​ອິດສະ​ລາມ​ນິກາຍ ຊີ​ອະ ດຳລົງ​ຊີວິ​ດ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ​ຢູ່​ເມືອງ Sadr City, ທາງ​ພາກ​ເໜືອ​ນະຄອນຫຼວງ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 52 ຄົນ​ເສຍ​ຊີວິດ​ພຽງ 2, 3 ຊົ່​ວ​ໂມງ. ໜຶ່ງ​ໃນ 2 ​ເຫດການທີ່​ເກີດ​ຂຶ້ນ​ໃໝ່​ຢູ່​ທາງ​ເຂົ້າ​ເມືອງ Kadhimiya, ບ່ອນ​ມີຊາວ ຊີ​ອະ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ພາກ​ເໜືອ​ນະຄອນຫຼວງ, ​ເຮັດ​ໃຫ້ 15 ຄົນ​ເສຍ​ຊີວິດ ​ແລະ 33 ຄົນ​ຖືກ​ຮັບ​ບາດ​ເຈັບ. ​ເຫດການ​ທີ​ສອງ​ເກີດ​ຂຶ້ນ​ຢູ່​ເສັ້ນທາງ​ການ​ຄ້າ​ຕົ້ນຕໍ​​ໃນເມືອງ​ໜຶ່ງ​ທີ່ມີ​ຊາວ ຊັນ​ນີ ດຳລົງ​ຊີວິດ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ຢູ່​ພາກ​ຕາ​ເວັນຕົກ​ນະຄອນຫຼວງ ​ແບ​ດ​ແດດ, ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 7 ຄົນ​ເສ​ຍຊີວິດ ​ແລະ ອີກ 20 ຄົນ​ຖືກ​ຮັບ​ບາດ​ເຈັບ. ບັນດາ​ແຫຼ່ງຂ່າວ​ໃຫ້​ຮູ້​ວ່າ: ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຮັບ​ບາດ​ເຈັບ​ໃນ​ 2 ​ເຫດການ​ດັ່ງກ່າວ​ສາ​ມາດຈະ​ເພີ່ມ​ຂຶ້ນ​ສູງ.


ຂ່າວ/ບົດ​ອື່ນ