(vovworld) - ປີ 2015, ວົງເງິນສົ່ງອອກຂອງຫວຽດນາມ ໄປຍັງເມັກຊີໂກ, ເຊິ່ງແມ່ນພື້ນຖານເສດຖະກິດອັນດັບ 2 ຂອງອາເມລິກາລາຕີນ ບັນລຸ1,54 ຕື້ USD (ລາຄາ FOB), ເພີ່ມຂຶ້ນ 49,16% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2014 ແລະ ແມ່ນລະດັບເພີ່ມຂຶ້ນສູງສຸດໃນຮອບເວລາ 10 ປີຜ່ານມາ, ຕົ້ນຕໍແມ່ນຍ້ອນທີການເພີ່ມປະລິມານສິນຄ້າສົ່ງອອກ. ປະຈຸບັນຫວຽດນາມ ໄດ້ສົ່ງອອກໄປຍັງເມັກຊີໂກ 14 ໝວດສິນຄ້າຕົ້ນຕໍຄື: ໂທລະສັບມືຖື ແລະ ເຄື່ອງອາໄຫຼ່; ເກີບໜັງ; ເຄື່ອງຄອມພິວເຕີ; ສິນໃນນຳ້, ເຄື່ອນເຟີນີເຈີ, ຢາງພາລາ…
ໃນຂະນະນັ້ນວົງເງິນນຳເຂົ້າຂອງຫວຽດນາມ ຈາກເມັກຊີໂກ ໄດ້ຂຶ້ນເຖິງກວ່າ 477,5 ລ້ານ USD (ລາຄາ CIF). ຍອດວົງເງິນແລກປ່ຽນການຄ້າ 2 ສົ້ນບັນລຸໄດ້ 2,23 ຕື້ USD, ເພີ່ມຂຶ້ນ 55,70% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2014.