ການສົນທະນາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີຫວຽດນາມ-ຈີນຄັ້ງທີ 6
ການສົນທະນາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີຫວຽດນາມ-ຈີນຄັ້ງທີ 6 |
(vovworld)- ຕອນບ່າຍວັນທີ 4/11, ການສົນທະນາຍຸດທະສາດການປ້ອງກັນຊາດຂັ້ນຮອງລັດຖະມົນຕີຫວຽດນາມ-ຈີນຄັ້ງທີ 6 ຊຶ່ງຈັດຂຶ້ນຢູ່ແຂວງຊີຊວນ ແຫ່ງປະເທດຈີນ. ທ່ານພົນໂທ ຫງວຽນຈີວີ້ງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດຫວຽດນາມ ແລະ ພົນເຮືອເອກ ຊິງກຽນກົວ, ຮອງຫົວໜ້າກົມເສນາທິການໃຫຍ່ຄະນະພັກການທະຫານສູນກາງຈີນ ໄດ້ເປັນປະທານຮ່ວມກອງປະຊຸມ.
ທີ່ການສົນທະນາ, ທ່ານພົນໂທ ຫງວຽນຈີວີ້ງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດຫວຽດນາມ ແລະ ພົນເຮືອເອກ ຊິງກຽນກົວ, ຮອງຫົວໜ້າກົມເສນາທິການໃຫຍ່ຄະນະພັກການທະຫານສູນກາງຈີໄດ້ຊີ້ແຈ້ງເຖິງເລື່ອງຫວຽດນາມ ແລະ ຈີນຍັງຄົງຄ້າງຫຼາຍບັນຫາທີ່ແຕກຕ່າງກັນກ່ຽວກັບທະເລຕາເວັນອອກ. ແລະ ຢືນຢັນວ່າ ນີ້ແມ່ນບັນຫາສຳຄັນຍິ່ງ, ທ່ານພົນໂທ ຫງວຽນຈີວີ້ງ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດຫວຽດນາມ ໄດ້ຢ້ຳຄືນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນບັນດາຝ່າຍຕ້ອງແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ຫວຽດນາມເດັດດຽວປົກປັກຮັກສາອະທິປະໄຕຂອງຕົນ, ເຄົາລົບຜົນປະໂຫຍດຂອງບັນດາຝ່າຍທີ່ກ່ຽວຂ້ອງ ແລະ ພິເສດແມ່ນບໍ່ປະໃຫ້ການຂັດແຍ້ງກາຍເປັນການປະທະກັນ. ສ່ວນພົນເຮືອເອກ ຊິງກຽນກົວ, ຮອງຫົວໜ້າກົມເສນາທິການໃຫຍ່ຄະນະພັກການທະຫານສູນກາງຈີນໄດ້ເຫັນດີວ່າ ໃນໄລຍະທີ່ຈະເຖິງ, 2 ຝ່າຍຄວນຄວບຄຸມຄວາມບໍ່ລົງລອຍກັນ, ປະຕິບັດຕາມການຮັບຮູ້ລວມຂອງການນຳຂັ້ນສູງຂອງ 2 ປະເທດ.