ການສະຫຼຸບວຽກງານປ້ອງກັນຕ້ານສໍ້ລາດບັງຫຼວງ 6 ເດືອນຕົ້ນປີ
ການສະຫຼຸບວຽກງານປ້ອງກັນຕ້ານສໍ້ລາດບັງຫຼວງ 6 ເດືອນຕົ້ນປີ
(ພາບ: VGP/Lê Sơn)
(vovworld) – ຕອນເຊົ້າວັນທີ 17/7, ຫ້ອງວ່າການຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ ຕ້ານໄພສໍ້ລາດບັງຫຼວງ ໄດ້ຈັດກອງປະຊຸມສະຫຼຸບ 6 ເດືອນ ແລະ ເປັນເອກະພາບບັນດາເນື້ອໃນ, ມາດຕະການເປັນເສນາທິການໃຫ້ແກ່ຄະນະຊີ້ນຳ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານປ້ອງກັນ ຕ້ານໄພສໍ້ລາດບັງຫຼວງໃນໄລຍະຕໍ່ໄປກ່ວາອີກ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕີລາຄາວ່າ: ຫ້ອງວ່າການໄດ້ປະຕິບັດບັນດາວຽກງານວິຊາການ, ປະຕິບັດໜ້າທີ່ເປັນເສນາທິການໃຫ້ແກ່ຄະນະຊີ້ນຳ ກ່ຽວກັບບັນດາເນື້ອໃນການເຄື່ອນໄຫວຂອງຄະນະເປັນຢ່າງດີ. ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ຮຽກຮ້ອງໃຫ້ຫ້ອງວ່າການຄວນຍົກສູງຄຸນນະພາບ, ປະສິດທິຜົນ ວຽກງານຕິດຕາມກວດກາ, ກຳແໜ້ນສະພາບການເພື່ອເປັນພື້ນຖານໃຫ້ແກ່ການກວດກາ, ເລັ່ງລັດ, ແນະນຳບັນດາກະຊວງ, ຂະແໜງການທ້ອງຖິ່ນໃນການປ້ອງກັນ ຕ້ານສໍ້ລາດບັງຫຼວງ, ຕັ້ງໜ້າຍົກສູງລະດັບຄວາມຮູ້, ກຳລັງຄວາມສາມາດຂອງພະນັກງານ, ລັດຖະກອນ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານ.