ການຮ່ວມມືດ້ານການຄ້າ ເອເລັກໂຕນິກຫວຽດນາມ - ຍີ່ປຸ່ນ

ການຮ່ວມມືດ້ານການຄ້າ ເອເລັກໂຕນິກຫວຽດນາມ - ຍີ່ປຸ່ນ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ຮ່ວມ​ມື​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກຫວຽດນາມ - ຍີ່ປຸ່ນ
(ພາບ: vecom.vn)


(vovworld) – ​ວັນ​ທີ 29 ຕຸລາ, ຢູ່​ຮ່າ​ໂນ​້ຍ, ກົມ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ແລະ ​​ເຕັກ​​ໂນ​ໂລ​ຊີ​ຂ້ໍ​ມູນຂ່າວສານ (ກະຊວງ​ອຸດສາຫະກຳ​ການ​ຄ້າ) ສົມທົບ​ກັບ​ກົມ​ນະ​ໂຍບາຍ​ການ​ຄ້າ ​ແລະ ຖະ​ແຫຼ​ງຂ່າວ ສັງ​ກັດ​ກະຊວງ​ເສດຖະກິດ, ການ​ຄ້າ ​ແລະ ອຸດສາຫະກຳ​ຍີ່ປຸ່ນ ​ໄດ້ສົມ​ທົບ​ກັນ​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ຮ່ວມ​ມື​ດ້ານ​ການ​ຄ້າ​ເອ​ເລັກ​ໂຕ​ນິກຫວຽດນາມ - ຍີ່ປຸ່ນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ຮອງ​ລັດຖະມົນ​ຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ​ຫວຽດນາມ ​ເຈີນຕ໋ວນ​ແອ​ງ ​ເນັ້ນ​ໜັກ​ວ່າ ຍີ່ປຸ່ນ ​ແມ່ນ​ຄູ​່ຮ່ວມ​ມື​ທີ່​ສຳຄັນ​ຂອງ​ຫວຽດນາມ​ ໃນ​ທຸກ​ຂົງ​ເຂດ. ພິ​ເສດ, ​ໃນ​ວິວັດ​ການ​ສ້າງ​ກອບ​ນະ​ໂຍບາຍ ​ແລະ ລະບຽບ​ກົດໝາຍ​ດ້ານ​ການ​ຄ້າ, ພື້ນຖານ​ໂຄງ​ລ່າງ​ເອ​ເລັກ​ໂຕ​ນິກ ຫຼື ການ​ເຈລະຈາ​ນະ​ໂຍບາຍ​ກ່ຽວ​ກັບ​ການ​ຄ້າ​ເອ​ເລັກ​ໂຕ​ນິກຫວຽດນາມ - ຍີ່ປຸ່ນ ​ໄດ້​ຊ່ວຍ​ໃຫ້​ບັນດາ​ນັກ​ຄຸ້ມ​ຄອງ, ນັກ​ຄົ້ນຄວ້າ ​ແລະ ອົງການກ່ຽວຂ້ອງມີ​ເງື່ອນ​ໄຂ​ສຳ​ພັດ​ກັບ​ສະພາບ​ຕົວ​ຈິງ​ການ​ຄ້າ​ເອ​ເລັກ​ໂຕ​ນິກຂອງ​ຍີ່ປຸ່ນ ກໍ່​ຄື​ຂອງ​ໂລກ.
ຂ່າວ/ບົດ​ອື່ນ