ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຫງວຽນວັນເທີ
(ພາບປະກອບ)
|
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ (ວັນທີ 18/1/1950 – 18/1/2015), ວັນທີ 17/1, ໜັງສືພິມຢິນໝິນຈືເປົາ ລາຍວັນ (ຈີນ) ໄດ້ລົງພິມບົດຂຽນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ຫງວຽນວັນເທີ. ບົດຂຽນຊີ້ແຈ້ງວ່າ: ໃນແນວທາງການຕ່າງປະເທດສັງລວມຂອງຕົນ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຢ່າງສະເໝີຕົ້ນສະເໝີປາຍ, ຖືວ່ານີ້ແມ່ນໜຶ່ງໃນບັນດາບຸລິມະສິດຍຸດທະສາດອັນດັບໜຶ່ງ ແລະ ຍາວນານ. ປະຊາຊົນ ຫວຽດນາມ ບໍ່ສາມາດຫຼົງລືມການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ມີປະສິດທິຜົນຂອງປະຊາຊົນ ຈີນ ສຳລັບພາລະກິດຕໍ່ສູ້ເພື່ອເອກະລາດແຫ່ງຊາດ ແລະ ເອກະພາບປະເທດຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ປ່ຽນໃໝ່ຂອງ ຫວຽດນາມ ໃນປະຈຸບັນ. ຫວຽດນາມ ຖືການພັດທະນາວັດທະນາຖາວອນຂອງ ຈີນ ແມ່ນກາລະໂອກາດໃຫ້ ຫວຽດນາມ, ພ້ອມທັງປາດຖະໜາວ່າ ຈີນ ກໍ່ຖືຄວາມສະຖຽນລະພາບ ແລະ ການພັດທະນາວັດທະນາຖາວອນຂອງ ຫວຽດນາມ ແມ່ນກາລະໂອກາດໃຫ້ແກ່ ຈີນ.
ບົດຂຽນໃຫ້ຮູ້ວ່າ: ປີ 2015 ແມ່ນປີມີຄວາມໝາຍຫຼາຍຢ່າງສຳລັບທັງ 2 ປະເທດ ຫວຽດນາມ - ຈີນ, 2 ຝ່າຍຈະຈັດຕັ້ງການເຄື່ອນໄຫວຫຼາຍຢ່າງສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ເພື່ອຊຸກຍູ້ການພົວພັນ 2 ຝ່າຍໃຫ້ພັດທະນາຢ່າງປອດໄສ, ມີປະສິດທິຜົນໃນປີ 2015, ທ່ານເອກອັກຄະລັດຖະທູດ ຫງວຽນວັນເທີ ຖືວ່າ: 2 ປະເທດຄວນນຳໃຊ້ບັນດາກົນໄກພົວພັນແລກປ່ຽນ, ພົບປະຂັ້ນສູງ, ລະຫວ່າງບັນດາກະຊວງ, ຂະແໜງການ, ຄະນະພັກ 2 ປະເທດ, ເພີ່ມທະວີການພົວພັນແລກປ່ຽນປະຊາຊົນເປັນຢ່າງດີ. ພ້ອມກັນນັ້ນ, 2 ຝ່າຍສືບຕໍ່ຢືດໝັ້ນແກ້ໄຂບັນຫາບົນທະເລດ້ວຍບັນດາມາດຕະການສັນຕິພາບ, ບົນພື້ນຖານເຄົາລົບສິດຜົນປະໂຫຍດອັນຊອບທຳຂອງກັນ, ປະຕິບັດຕາມກົດໝາຍສາກົນ.