ການຮ່ວມມືລັດເຊຍ - ຈີນ ແມ່ນແບບຢ່າງຂອງການພົວພັນສາກົນແບບໃໝ່

(VOVWORLD) - ອາດຈະຖືວ່າ ການພົວພັນຮ່ວມມືລະຫວ່າງ ມົດສະກູ ແລະ ປັກກິ່ງ ແມ່ນ ແບບຢ່າງດີເດັ່ນຂອງການພົວພັນສາກົນແບບໃໝ່...
ການຮ່ວມມືລັດເຊຍ - ຈີນ ແມ່ນແບບຢ່າງຂອງການພົວພັນສາກົນແບບໃໝ່ - ảnh 1ການນຳ ລັດເຊຍ ແລະ ຈີນ

ວັນທີ 19 ທັນວາ, ທ່ານ Aleksandr Venediktov, ຜູ້ຊ່ວຍວຽກຂອງເລຂາທິການສະພາຄວາມໝັ້ນຄົງ ສະຫະພັນລັດເຊຍ ໄດ້ຊີ້ແຈ້ງວ່າ: ປະຈຸບັນ, ຈີນແມ່ນປະເທດຄູ່ຮ່ວມມືໃຫຍ່ສຸດຂອງປະເທດນີ້. ອາດຈະຖືວ່າ ການພົວພັນຮ່ວມມືລະຫວ່າງ ມົດສະກູ ແລະ ປັກກິ່ງ ແມ່ນ ແບບຢ່າງດີເດັ່ນຂອງການພົວພັນສາກົນແບບໃໝ່, ໂດຍອີງໃສ່ຄວາມສະເໝີພາບ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ກັນ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ RIA Novosti, ທ່ານ Venediktov ໄດ້ເນັ້ນໜັກວ່າ: ການພົວພັນຮ່ວມມືລະຫວ່າງ ລັດເຊຍ ແລະ ຈີນ ພວມຢູ່ໃນລະດັບສູງສຸດທີ່ບໍ່ເຄີຍມີມາກ່ອນ. ທ່ານໄດ້ຊີ້ແຈ້ງວ່າ: ສອງປະເທດມີຫຼັກໝັ້ນຄືກັນ ຫຼື ຄ້າຍຄືກັນຕໍ່ບັນດາບັນຫາພື້ນຖານຂອງພາກພື້ນ ແລະ ສາກົນ, ກໍ່ຄືຄວາມເປັນເອກະພາບໃນການຕີລາຄາສະພາບການທັນສະໄໝໃນໂລກ ແລະ ທັດສະນະກ່ຽວກັບຄວາມເປັນລະບຽບຮຽບຮ້ອຍຂອງໂລກໃນປະຈຸບັນ.

        ການນຳ ລັດເຊຍ - ຈີນ ກໍ່ໄດ້ຢັ້ງຢືນເປັນຫຼາຍເທື່ອວ່າ: ການພົວພັນລະຫວ່າງສອງປະເທດພວມຢູ່ໃນ “ໄລຍະດີທີ່ສຸດ” ໃນປະຫວັດສາດແຫ່ງການພົວພັນສອງຝ່າຍ. ສອງຝ່າຍຊຸກຍູ້ການຮ່ວມມືຮອບດ້ານ ແລະ ບັນລຸໄດ້ຜົນງານຫຼາຍຢ່າງ.

ຕອບກັບ

ຂ່າວ/ບົດ​ອື່ນ