ການຮ່ວມມືແມ່ນໍ້າຂອງ - ຍີ່ປຸ່ນ ໜູນຊ່ວຍວິວັດການຟື້ນຟູເສດຖະກິດຂອງບັນດາປະເທດສະມາຊິກ ຢ່າງມີປະສິດທິຜົນ
(VOVWORLD) -ວັນທີ 9 ກໍລະກົດ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ພ້ອມກັບທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ເປັນປະທານຮ່ວມກອງປະຊຸມອອນລາຍລັດຖະມົນຕີ ແມ່ນໍ້າຂອງ - ຍີ່ປຸ່ນ ຄັ້ງທີ 13.
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ: baoquocte.vn) |
ກອງປະຊຸມໄດ້ສຸມໃສ່ປຶກສາຫາລືສອງເນື້ອໃນຕົ້ນຕໍ ນັ້ນແມ່ນ ການຮ່ວມມືແມ່ນໍ້າຂອງ - ຍີ່ປຸ່ນ ໃນການປ້ອງກັນ, ສະກັດກັ້ນ ແລະ ຮັບມືກັບໂລກລະບາດໂຄວິດ - 19 ແລະ ບັນດາມາດຕະການເພີ່ມທະວີການຮ່ວມມືດ້ານການຄ້າ ແລະ ການລົງທຶນ ແນໃສ່ຟື້ນຟູເສດຖະກິດພາຍຫຼັງໂລກລະບາດ.
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ຢັ້ງຢືນວ່າ ການຮ່ວມມື ແມ່ນໍ້າຂອງ - ຍີ່ປຸ່ນ ອາດຈະໜູນຊ່ວຍວິວັດການຟື້ນຟູເສດຖະກິດຂອງບັນດາປະເທດສະມາຊິກຢ່າງມີປະສິດທິຜົນ ດ້ວຍການບຸລິມະສິດບັນດາຂົງເຂດທີ່ຊ່ວຍຟື້ນຟູລະບົບສະໜອງໃນພາກພື້ນ, ກະຕຸ້ນການບໍລິໂພກອຸປະໂພກ ແລະ ເພີ່ມທະວີກໍາລັງຄວາມສາມາດຂອງລະລົບສາທາລະນະສຸກ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິນ ໄດ້ຍົກອອກ 3 ກຸ່ມມາດຕະການລະອຽດ, ເຊິ່ງລວມມີ: ເພີ່ມທະວີລັກສະນະໜູນຊ່ວຍ ແລະ ຍົກສູງກໍາລັງແຮງສັງລວມຂອງບັນດາພື້ນຖານເສດຖະກິດ; ຟື້ນຟູເສດຖະກິດໄປຄຽງຄູ່ກັບການຮັກສາສຸຂະພາບໃຫ້ແກ່ປະຊາຊົນ; ຮີບເຮັ່ງປະຕິບັດ “ຂໍ້ລິເລີ່ມແມ່ນໍ້າຂອງ - ຍີ່ປຸ່ນ ກ່ຽວກັບບັນດາເປົ້າໝາຍພັດທະນາແບບຍືນຍົງ ມຸ່ງໄປເຖິງປີ 2030”./.