(vovworld) - ວັນທີ 26/07, ຢູ່ກວາງຈິ້, ໄດ້ດຳເນີນພິທີສວດມົນພາວະນາແກ່ດວງວິນຍານ ແລະ ຕອບບຸນແທນຄຸນບັນດານັກຮົບວິລະຊົນກຳແພງເກົ່າ ກວາງຈິ້. ເຂົ້າຮ່ວມພິທີມີບັນດາພະສົງສຳມະເນັນ ແລະ ອະດີດນັກຮົບ, ລູກຫຼານຂອງຄອບຄົວທີ່ມີນັກຮົບ ເສຍສະຫຼະຊີວິດເພື່ອຊາດ.
ແລະກໍ່ໃນວັນດຽວກັນ, ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ຄະນະກຳມະການປະຊາຊົນແຂວງກຽນຢາງ, ຄະນະກຳມະການປະຊາຊົນແຂວງອານຢາງ ໄດ້ຈັດພິທີໄຫວ້ອາໄລ ແລະ ປົ່ງອັດຖິ, ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ລວມ 200 ຊຸດ ທີ່ເສຍສະຫຼະຊີວິດໃນໄລຍະສົງຄາມຢູ່ກຳປູເຈຍ.
ໃນຂະນະນັ້ນ, ຢູ່ເຂດສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເມືອງ ດ້ຽນບ່ານ, ຕອນເຊົ້າວັນທີ 26/07, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ແລະ ຄະນະກຳມະການປະຊາຊົນແຂວງກວາງນາມ ໄດ້ຈັດວັນບຸນ “ໄວໜຸ່ມຕອບບຸນແທນຄຸນ”. ວັນບຸນມີການເຂົ້າຮ່ວມຂອງສະມາຊິກຊາວໜຸ່ມເມືອງດ້ຽນບ່ານ ນັບຮ້ອຍຄົນ. ແລະ ກໍ່ໃນຕອນເຊົ້າວັນດຽວກັນ, ຜູ້ຕາງໜ້າຄະນະກຳມະການປະຊາຊົນແຂວງກວາງນາມ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແມ່ຫວຽດນາມ ວິລະຊົນ, ຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີໃນບໍລິເວັນແຂວງ. ທ່ານຮອງເລຂາຄະນະຊາວໜຸ່ມເມືອງດ້ຽນບ່ານ ຫງວຽນງອກຕ໋ວນ ໃຫ້ຮູ້ວ່າ.
“ພວກຂ້າພະເຈົ້າໄດ້ພ້ອມກັນຈັດຕັ້ງການເຄື່ອນໄຫວຕ່າງໆຄື; ເຮັດອະນາໄມເຂດສຸສານເມືອງ, ໄປຢ້ຽມຢາມບັນດາຄອນຄົວເປົ້າໝາຍນະໂຍບາຍ; ພິເສດໃນໂອກາດນີ້ ພວກຂ້າພະເຈົ້າເລີ່ມລົງມືກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ 2 ຫຼັງ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍຂອງເມືອງດ້ຽນບ່ານ. ບັນດາການເຄື່ອນໄຫວຕອບບຸນແທນຄຸນ ແມ່ນໂອກາດເພື່ອສຶກສາມອົບຮົບມູນເຊື້ອໃຫ້ໄວໜຸ່ມຢູ່ແຂວງດ້ຽນບ່ານ.”