ການເຄື່ອນໄຫວຊ່ວຍເຫລືອຜູ້ປະສົບກັບຄວາມຫຍຸ້ງຍາກຕ້ອນຮັບບຸນປີໃຫມ່ປະຈຳຊາດ

ການເຄື່ອນໄຫວຊ່ວຍເຫລືອຜູ້ປະສົບກັບຄວາມຫຍຸ້ງຍາກຕ້ອນຮັບບຸນປີໃຫມ່ປະຈຳຊາດ - ảnh 1
ພາບ​ປະ​ກອບ:internet

(vovworld)-​ເນື່ອງ​ໃນ​ໂອ​ກາດ​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ, ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ ພວ​ມ​ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ມີ​ຄວາມ​ໝາຍ​ເພື່ອ​ຊ່ວຍ​ເຫລືອ​ບັນ​ດາ​ເປົ້າ​ໝາຍ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​.

ແຂວງ ຟູ​ທໍ້ ໄດ້​ຫັກ​ງົບ​ປະ​ມານ​ເກືອບ 2,5 ຕື້​ດົງ ເພື່ອ​ຊ່ວຍ​ເຫລືອ​ບັນ​ດາ​ຄອບ​ຄົວ​ໃນ​ເປົ້າ​ໝາຍ​ນະ​ໂຍ​ບາຍ, ຜູ້​ທຸກ​ຍາກ ແລະ ເປົ້າ​ໝາຍ​ອຸ​ປະ​ກະ​ລະ​ສັງ​ຄົ​ມ​ໄດ້​ຕ້ອນ​ຮັບ​ບຸນ​ປີ​ໃຫມ່​ປະ​ຈຳ​ຊາດ​ຢ່າງ​ອົບ​ອຸ່ນ. ຢູ່ ແຂວງ ບີງດີ້ງ, ນະ​ຄອນ ດາ​ຫນັງ ກໍ​ໄດ້​ຈັດ​ການ​ເຄື່ອນ​ໄຫວມອບ​ຂອງ​ຂວັນ​​ 8000 ພູດໃຫ້​ຜູ້​ທຸກ​ຍາກ, ຄົນ​ພິ​ການ​ໃນ​ບໍ​ລິ​ເວນ​ນະ​ຄອນ.  ທ່ານ ຫງວຽນ​ທ້ວນ, ຮອງ​ປະ​ທານ​ສະ​ພາ​ກາ​ແດງ ນະ​ຄອນ ດາ​ຫນັງ ໃຫ້​ຮູ້​ວ່າ: ບຸນ​ເຕັດ​ປີນີ້ ສ​ະ​ພາ​ກາ​ແດງ​ນະ​ຄອນ ດາ​ຫນັງ ໄດ້​ຂົ​ນ​ຂວາຍ​ຂອງ​ຂວັນ 15.000 ພູດ ແລະ ເຂົ້າ​ສານ 20 ໂຕນ​ເພື່ອ​ຊ່ວຍ​ເຫລືອ​ຜູ້​ທຸກ​ຍາກ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບິກ​ບານ​ມ່ວນ​ຊື່ນ.

        “ຜູ້ທຸກ​ຍາກ​ແຕ່​ລະ​ຄົນ​ຢູ່​ບັນ​ດາ​ບໍ​ລິ​ເວນ​ແຂວງ ຈະ​ໄດ້​ຮັບ​ຂອງ​ຂວັນ​ບຸນ​ເຕັດ 1 ພູດ ເຊິ່ງ​ມີມູນ​ຄ່າ 500.000 ດົງ. ປີນີ້ ພ​ວກ​ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ແຈ​ກ​ຢາຍຂອງ​ຂວັນ 15.000 ພູດ​ໃຫ້​ຜູ​້​ທຸກ​ຍາກ ແລະ ລະ​ດົມ​ກຳ​ລັງ​ໃຈ​ພໍ່​ແມ່​ປະ​ຊາ​ຊົນ​​ໃຫ້​ມີ​ຄວາມອຸ່ນ​ອ່ຽນ​ໃຈ​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບິກ​ບານ​ມ່ວນ​ຊຶ່ນ.”

ຂ່າວ/ບົດ​ອື່ນ