ການເຄື່ອນໄຫວຕ້ອນຮັບລະດູບານໃຫມ່ປີມະແມຂອງຊາວຫວຽດນາມອາໄສຢູ່ອິດສະຣາແອນ,ອົດສະຕາລີແລະອາຟຼິກາໃຕ້.
ທ່ານຮວ່າງມີງເຊີນ, ຫົວຫນ້າສະຖານກົງສູນໃຫຍ່
ຫວຽດນາມ ຢູ່ Sydney
ພາບ:vietnamplus.vn
|
(vovworld)-ວັນທີ 15/2, ສະຖານທູດຫວຽດນາມ ປະຈຳ ອິດສະຣາແອນ ໄດ້ຈັດຕັ້ງການພົບປະກັບວົງຄະນາຍາດໃນໂອກາດຕ້ອນຮັບລະດູບານໃຫມ່ປີມະແມ ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ, ນັກສຶກສາ ແລະຄົນງານຫວຽດນາມ ອາໄສອິດສະຣາແອນ ເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນທີ່ພິທີ, ທ່ານ ຕ້າຢູຍຈີງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອິດສະຣາແອນ ໄດ້ທົບທວນຄືນບັນດາຜົນງານຊື່ງຫວຽດນາມ ບັນລຸໄດ້ໃນປີຜ່ານມາ ກໍຄືໝາກຜົນພົ້ນເດັ່ນໃນການພົວພັນຮ່ວມມືລະຫວ່າງຫວຽດນາມ ແລະ ອິດສະຣາແອນ. ໃນວັນດຽວກັນ, ຢູ່ ອົດສະຕາລີ, ສະຖານກົງສູນໃຫຍ່ ຫວຽດນາມ ຢູ່ Sydney ໄດ້ຈັດຕັ້ງການພົບປະສັງສັນເນື່ອງໃນໂອກາດຕ້ອນຮັບບຸນປີໃຫມ່ປະຈຳຊາດປີມະແມ 2015. ເຂົ້າຮ່ວມມີທ່ານ ເລືອງແທງງີ້, ເອກອັກຄະລັດຖະທູດຫວຽດນາມ ຢູ່ ອົດສະຕາລີພ້ອມກັບພະນັງການບັນດາອົງການຜູ້ຕາງຫນ້າຫວຽດນາມ ຢູ່ Sydney ແລະ ຊາວຫວຽດນາມ ອາໄສຢູ່ ອົດສະຕາລີ, ເພື່ອນມິດສາກົນ, ນັກຮຽນ, ນັກສຶກສາຫວຽດນາມເປັນຈຳນວນຫລວງຫລາຍ. ຕອນຄ່ຳວັນດຽວກັນ, ສະຖານທູດ ຫວຽດນາມ ຢູ່ ອາຟຼິກາໃຕ້ ໄດ້ຈັດຕັ້ງການພົບປະສັງສັນຕ້ອນຮັບລະດູບານໃຫມ່ປີມະແມ 2015 ເຊັ່ນດຽວກັນ.