ການເຄື່ອນໄຫວຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ

(VOVWORLD) -ຕອນຄ່ຳວັນທີ 12 ມິຖຸນາ, ຄະນະຊີ້ນຳແຫ່ງຊາດຂົນຂວາຍການອາສາສະໝັກບໍລິຈາກເລືອດໂດຍສະຖາບັນເລືອດສາດ ແລະ ສົ່ງເລືອດສູນກາງ ໄດ້ສົມທົບກັບຄະນະຊີ້ນຳຂົນຂວາຍບໍລິຈາກເລືອດໂດຍອາສາສະໝັກແຂວງ ຟຸ໋ທໍ້ ໄດ້ຈັດລາຍການ Gala “ກັບເມືອເຂດມໍລະດົກ”.

ການເຄື່ອນໄຫວຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ - ảnh 1 ການເຄື່ອນໄຫວຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ

(ພາບ: chuthapdophutho.org.vn)

ນີ້ແມ່ນການເຄື່ອນໄຫວເປີດສາກເຊິ່ງນອນໃນບັນດາການເຄື່ອນໄຫວເຊີດຊູຜູ້ອາສາສະໝັກບໍລິຈາກເລືອດ ດີເດັ່ນຫວຽດນາມ ປີ 2017 ແລະ ຕອບສະໜອງວັນໂລກເຊີດຊູຜູ້ບໍລິຈາກເລືອດ 14 ມິຖຸນາ.

        ເນື່ອງໃນໂອກາດນີ້, ໂດຍຄະນະຊີ້ນຳຂົນຂວາຍການອາສາສະໝັກບໍລິຈາກເລືອດນະຄອນດ່ານັ້ງ ໄດ້ຈັດກອງປະຊຸມເຊີດຊູ, ຍ້ອງຍໍວຽກງານອາສາສະໝັກບໍລິຈາກເລືອດປີ 2016. ຄະນະກຳມະການປະຊາຊົນນະຄອນດ່ານັ້ງ ໄດ້ມອບໃບຍ້ອງຍໍໃຫ້ 30 ໝູ່ຄະນະ ທີ່ມີຜົນງານດີເດັ່ນໃນວຽກງານໂຄສະນາ, ຂົນຂວາຍການບໍລິຈາກເລືອດໂດຍອາສາສະໝັກປີ 2016 ແລະ 7 ຄອບຄົວມີຜົນງານດີເດັ່ນເຂົ້າຮ່ວມການບໍລິຈາກເລືອດໂດຍອາສາສະໝັກຄັ້ງທີ 20.

ຕອບກັບ

ຂ່າວ/ບົດ​ອື່ນ