(vovworld) – ເນື່ອງໃນໂອກາດໄປ ປັກກິ່ງ ເຂົ້າຮ່ວມກອງປະຊຸມຂັ້ນສູງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC) ຄັ້ງທີ 22. ຕອນເຊົ້າວັນທີ 10/11, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ມີການພົບປະກັບທ່ານນາຍົກລັດຖະມົນຕີ Papua New Guinea Peter O’neill. ທີ່ການພົບປະ, 2 ຝ່າຍໄດ້ແລກປ່ຽນກ່ຽວກັບບາງມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນ 2 ຝ່າຍ, ໃນນັ້ນມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ພົວພັນແລກປ່ຽນລະຫວ່າງປະຊາຄົມວິສາຫະກິດ 2 ປະເທດ, ເຈລະຈາ, ເຊັນບັນດາຂໍ້ຕົກລົງເພື່ອຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຄື: ເສດຖະກິດ, ການຄ້າ, ການລົງທຶນ, ພະລັງງານ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງ 2 ປະເທດ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຮ່ວມມືຢ່າງຕັ້ງໜ້າໃນບັນດາເວທີປາໄສຫຼາຍຝ່າຍ, ຢັ້ງຢືນສົມທົບກັນຢ່າງແໜ້ນແຟ້ນໃນຂອບເຂດ APEC, ພິເສດແມ່ນເມື່ອ ຫວຽດນາມ ຈັດຕັ້ງປີ APEC 2017 ແລະ Papua New Guinea ຈັດຕັ້ງປີ APEC 2018.
ກ່ອນໜ້ານັ້ນ, ຕອນບ່າຍວັນທີ 9/11, ທ່ານ ເຈືອງເຕີນຊາງ ມີການພົບປະກັບທ່ານປະທານາທິບໍດີ ຟີລິບປິນ Benigno Aquino 3. ທີ່ການພົບປະ, ການນຳ 2 ທ່ານກໍ່ໄດ້ແລກປ່ຽນກ່ຽວກັບທິດທາງຍູ້ແຮງການຮ່ວມມືໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ເສດຖະກິດ, ການຄ້າ, ການເງິນ, ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ…, ເຫັນດີເປັນເອກະພາບຜັນຂະຫຍາຍບັນດາມາດຕະການຢ່າງແຮງເພື່ອນຳວົງເງິນການຄ້າ 2 ຝ່າຍໃຫ້ບັນລຸ 3 ຕື້ USD ໃນປີ 2016 ໂດຍໄວ. ການນຳ 2 ທ່ານ ເຫັນດີເປັນເອກະສັນຈະສົມທົບກັນຊຸກຍູ້ການຮັກສາສັນຕິພາບ, ສະຖຽນລະພາບ, ປ້ອງກັນຄວາມສະຫງົບ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລຢູ່ພາກພື້ນ, ແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).
ຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ເຈືອງເຕີນຊາງ ໄດ້ໃຫ້ການຕ້ອນຮັບບັນດາວິສາຫະກິດ ອັນດັບໜຶ່ງຂອງ ອາເມລິກາ ທີ່ຕາງໜ້າໃຫ້ສະຫະພັນວິສາຫະກິດ ອາເມລິກາ - APEC. ທ່ານປະທານປະເທດ ຕີລາຄາສູງກຸ່ມບໍລິສັດຂອງ ອາເມລິກາ ຫຼາຍແຫ່ງໄດ້ກາຍເປັນບັນດາຄູ່ຮ່ວມມືໜ້າໄວ້ເນື້ອເຊື່ອໃຈ ແລະ ໃຫ້ຄຳໝັ້ນສັນຍາລົງທຶນຍາວນານຢູ່ ຫວຽດນາມ, ປະກອບສ່ວນຕັ້ງໜ້າເຂົ້າໃນການພັດທະນາການພົວພັນລະຫວ່າງ 2 ປະເທດ.
ຕອນຄ່ຳວັນດຽວກັນ, ທ່ານປະທານປະເທດ ໄດ້ລົງຢ້ຽມຢາມ ແລະ ໂອ້ລົມກັບພະນັກງານພາລະກອນສະຖານທູດ ຫວຽດນາມ ປະຈຳ ຈີນ.
ແລະກໍ່ໃນວັນດຽວກັນ, ໃນການຕ້ອນຮັບທ່ານນາງ ຫຼີແສວຫຼີນ, ປະທານສະມາຄົມມິດຕະພາບພົວພັນຕ່າງປະເທດປະຊາຊົນ ຈີນ, ທ່ານ ເຈືອງເຕີນຊາງ ເນັ້ນໜັກນ້ຳໃຈມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ຈີນ ໂດຍ ປະທານ ໂຮ່ຈີມິນ ແລະ ປະທານ ມ໋າວເຈື້ອຕູງ ພ້ອມກັບການນຳລຸ້ນຕ່າງໆຂອງ 2 ປະເທດ ເພີ່ມພູນຄູນສ້າງ ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນ 2 ປະເທດ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ ແລະ ການຮ່ວມມືຮອບດ້ານກັບ ພັກ, ລັດ ແລະ ປະຊາຊົນ ຈີນ, ນີ້ກໍ່ແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍ, ຍາວນານຂອງ ຫວຽດນາມ. ເລື່ອງປັບປຸງນ້ຳໃຈສາມັກຄີມິດຕະພາບ, ຄວາມເຂົ້າອົກເຂົ້າໃຈ ແລະ ການພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ ມີບົດບາດສຳຄັນທີ່ສຸດ, ແມ່ນພື້ນຖານໃຫ້ແກ່ການພັດທະນາການພົວພັນ 2 ຝ່າຍ.
ທ່ານປະທານປະເທດ ຕີລາຄາສູງບັນດາການປະກອບສ່ວນຕັ້ງໜ້າຂອງສະມາຄົມມິດຕະພາບການຕ່າງປະເທດ ປະຊາຊົນ ຈີນ ສຳລັບການພົວພັນບ້ານໃກ້ເຮືອນຄຽງຮ່ວມມື, ມິດຕະພາບ ຫວຽດນາມ - ຈີນ.
ທ່ານນາງ ຫຼີແສວຫຼີນ ຂໍຂອບອົບຂອບໃຈຄວາມເອົາໃຈໃສ່ຂອງປະທານປະເທດ ເຈືອງເຕີນຊາງ ກໍ່ຄືນ້ຳໃຈຂອງທ່ານປະທານປະເທດ ຫວຽດນາມ ທີ່ສະຫງວນໃຫ້ແກ່ການເຄື່ອນໄຫວມິດຕະພາບ ແລະ ການພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ. ທ່ານນາງ ຫຼີແສວຫຼີນ ໃຫ້ຮູ້ວ່າຈະສືບຕໍ່ຜັນຂະຫຍາຍບົດບາດຂອງສະມາຄົມມິດຕະພາບພົວພັນຕ່າງປະເທດ ປະຊາຊົນ ຈີນ, ສະມາຄົມມິດພົວພັນ ຫວຽດນາມ - ຈີນ ໃນການຈັດຕັ້ງການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ 2 ປະເທດ, ປະກອບສ່ວນແທດຈິງເຂົ້າໃນການປັບປຸງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ 2 ປະເທດ.