(vovworld) – ຕອນຄ່ຳວັນທີ 29/01, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ຈັດງານລ້ຽງພົວພັນຕ່າງປະເທດຊົມເຊີຍບຸນເຕັດປີວອກ 2016 ແລະ ຂ່ຳນັບຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ. ກ່່າວຄຳເຫັນທີ່ງານລ້ຽງ, ທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ, ປະລິຍາເອກ ຫງວຽນແມ້ງຮຸ່ງ ໄດ້ສົ່ງຄຳອວຍພອນປີໃໝ່ອັນດີິງາມທີ່ສຸດຂອງທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ເຖິງບັນດາການນຳລາວ ແລະ ບັນດາແຂກຜູ້ມີກຽດເຂົ້າຮ່ວມລາຍການຕ້ອບຮັບບຸນເຕັດປີວອກ 2016. ທ່ານເອກອັກຄະລັດຖະທູດ ເນັ້ນໜັກວ່າ, ປີ 2016 ແມ່ນປີສຳຄັນສຳລັບແຕ່ລະປະເທດ. ພິເສດ, ປີ 2016 ແມ່ນປີທີ່ລາວຮັບຕຳແໜ່ງເປັນປະທານອາຊຽນ ໃນສະພາບທີ່ເປັນປີທຳອິດ 2 ປະເທດພ້ອມກັນຜັນຂະຫຍາຍການກໍ່ສ້າງປະຊາຄົມອາຊຽນ ໃນທັງ 3 ເສົ້າຄ້ຳ. ທ່ານເອກອັກຄະລັດຖະທູດສະແດງຄວາມເຊື່ອໝັ້ນວ່າ, ດ້ວຍການພົວພັນສາມັກຄີແບບພິເສດ ແລະ ຄວາມມານະພະຍາຍາມຂອງ 2 ປະເທດ, ປີ 2016, 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ ແລະ ລາວ ຈະສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກວ່າອີກ.
ແລະກໍໃນວັນດຽວກັນ, ສະຖານທູດຫວຽດນາມ ປະຈຳອີຢິບ ໄດ້ຈັດຕັ້ງລາຍການອວຍພອນປີໃໝ່ປີວອກ 2016, ດ້ວຍການເຂົ້າຮ່ວມຂອງພະນັກງານ, ພາລະກອນສະຖານທູດ ແລະ ພໍ່ແມ່ປະຊາຊົນຊາວຫວຽດນາມ ພວມປະຕິບັດງານ, ຮ່ຳຮຽນ ແລະ ດຳລົງຊີວິດຢູ່ອີຢິບ. ກ່ອນໜ້ານັ້ນ, ວັນທີ 28/01, ກົງສູນໃຫຍ່ສະຖານທູດຫວຽດນາມ ປະຈຳນະຄອນ Houston, ລັດ Texas, ອາເມລິກາ ກໍຈັດງານລ້ຽງ ຕ້ອບຮັບບຸນເຕັດໃຫ້ພໍແມ່ປະຊາຊົນ ແລະ ເພື່ອນມິດສາກົນເຊັ່ນດຽວກັນ.