ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ລາວ

ການເຄື່ອນໄຫວຕ່າງໆສະເຫຼີມສະຫຼອງ 122 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ ຢູ່ລາວ - ảnh 1
ການແຂ່ງຂັນລົດຖີບ ຢູ່ນະຄອນຫຼວງວຽງຈັນ

(vovworld) - ​ເນື່ອງ​​ໃນ​ໂອກາດ​ສະ​ເຫຼີມສະຫຼອງ 122 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ​​ປະ​ທານ ​ໂຮ່ຈີ​ມິ​ນ (19/5/1890 – 19/5/2012) ​ແລະ ຕອບ​ສະໜອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບ​ຫວຽດນາມ - ລາວ, ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່ ​ລາວ​ພວມ​ມີ​ການ​ເຄື່ອນ​ໄຫວ​ວັດທະນະ​ທຳ, ສິລະ​ປະ, ກິລາ​ທີ່​ຟົດ​ຟື້ນ​ຫຼາຍ​ຢ່າງ. ບັນດາ​ສະມາ​ຄົມ, ສາຂາ​ສະມາຄົມ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ລາວ ​ໄດ້​ຈັດ​ຕັ້ງ​ການ​​ແຂ່ງຂັນເຕ​ະ​ບານ, ​ແຂ່ງຂັນ​ລົດຖີບ, ບານ​ສົ່ງ, ​ເປ​ຕັງ​ມິດຕະພາບ​ອັນ​ໄດ້​ດຶງ​ດູດ​ພໍ່​ແມ່​ປະຊາຊົນ​ຊາວ​ຫວຽດນາ​ມ ອາ​ໄສ​ຢູ່​ລາວ ​ແລະ ປະຊາຊົນ​ລາວ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ລາຍການ​ສະ​ແດງ​ສິລະ​ປະມາ​ຫາ​ຊົນ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ຄັ້ງ​ທີ 2 ​ໂດຍ​ສະຖານ​ທູ​ດຫວຽດນາມ​ປະຈຳ​ລາວ ​ສົມທົບ​ກັບ​ສະມາ​ຄົມ​ໃຫຍ່​ຊາວ​ຫວຽດນາ​ມ ອາ​ໄສ​ຢູ່​ລາວ ຈັດ​ຕັ້ງ​ຈະ​ດຳ​ເນີ​ນໃນ​ວັນ​ທີ 19/5 ຢູ່​ນະຄອນຫຼວງ​ວຽງ​ຈັນ.

ຂ່າວ/ບົດ​ອື່ນ