(vovworld) – ວັນທີ 3/6, ຢູ່ຄ້າຍກັກຂັງ ຟູ໋ເຊີນ ເລກ 4, ເມືອງຟູ໋ເລືອງ, ແຂວງ ທ໋າຍງວຽນ, ກະຊວງຕຳຫລວດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາທີ່ມີຫົວຂໍ້ວ່າ “ຈົງຄຳນຶງເຖິງສິງແວດລ້ອມກ່ອນທີ່ບໍລິໂພກອາຫານ”. ມີເກືອບ 20 ຄຳເຫັນຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງປົກປັກຮັກສາສິ່ງແວດລ້ອມຜ່ານບັນຫາບໍລິໂພກອາຫານ. ກໍ່ທີ່ກອງປະຊຸມສຳມະນາ, ການນຳກະຊວງຕຳຫລວດ, ກະຊວງຊັບພະຍາກອນ ແລະ ສິງແວດລ້ອມ, ກະຊວງສາທາລະນະສຸກຮຽກຮ້ອງໃຫ້ບັນດາພະນັກງານ, ນັກຮົບ ແລະ ປະຊາຊົນຈົ່ງຕອບສະໜອງວັນສິ່ງແວດລ້ອມໂລກປີນີ້ດ້ວຍເລື່ອງເອົາໃຈໃສ່ເຖິງຜົນສະທ້ອນເຖິງສິ່ງແວດລ້ອມກ່ວາອີກ ແລະ ສະເໜີໃຫ້, ຂະແໜງການຂັ້ນຕ່າງໆ ແລະ ປະຊາຊົນຄວນສຸມໃສ່ປ່ຽນແປງໃໝ່, ຍູ້ແຮງວຽກງານໂຄສະນາເຜີຍແຜ່ຍົກສູງສະຕິຄວາມຮັບຮູ້ໃຫ້ແກ່ພະນັກງານ, ນົກຮົບ ແລະ ປະຊາຊົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ພິເສດແມ່ນບັນຫາຜະລິດ, ບໍລິໂພກອາຫານ.
ແລະກໍ່ໃນວັນດຽວກັນ, ແຂວງເທື່ອທຽນເຫວ ສົມທົບກັບສະຖາບັນຊັບພະຍາກອນສິ່ງແວດລ້ອມ ແລະ ເຕັກໂນໂລຢີ ຊີວະສາດ ຂຶ້ນກັບມະຫາວິທະຍາໄລ ເຫວ ໄດ້ຈັດຕັ້ງກອງປະຊຸມສຳມະນາ “ວົງຄະນະຍາດເຂົ້າຮ່ວມກ່ຽວກັບສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດ ໜອງບຶງ”. ບັນດາບົດລາຍງານ, ບົດທາບທາມຄວາມເຫັນທີ່ກອງປະຊຸມສຳມະນາໄດ້ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນໃນແຕ່ລະຄອບຄົວ, ເຂດຊຸມຊົນ, ບັນດາອົງການ, ຫົວໜ່ວຍ, ບັນດາວິສາຫະກິດ, ຜ່ານນັ້ນໄດ້ສ້າງສະຕິຕື່ນຕົວນຳໃຊ້ຊັບພະຍາກອນທຳມະຊາດດ້ວຍຄວາມປະຢັດ, ເໝາະສົມ ແລະ ປົກປັກຮັກສາສິ່ງແວດລ້ອມ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງສິ່ງແວດລ້ອມ.