ການເຄື່ອນໄຫວຕ່າງໆໃນການສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ

(VOVWORLD) - ລຸ້ນໜຸ່ມຈະສືບຕໍ່ສູ້ຊົນເພື່ອບັນລຸຜົນສຳເລັດກ່ວາອີກ ແລະ ມີບັນດາການປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ການເຄື່ອນໄຫວຕ່າງໆໃນການສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ - ảnh 1ພິທີມອບລາງວັນ 10 ແບບຢ່າງໄວໜຸ່ມ ຫວຽດນາມ ທີ່ດີເດັ່ນປີ 2017 

ຕອນຄ່ຳວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ກອງທຶນໜູນຊ່ວຍຊາວໜຸ່ມ ຫວຽດນາມ ຜູ້ມີຄວາມເກັ່ງກ້າສາມາດໄດ້ຈັດຕັ້ງພິທີມອບລາງວັນ 10 ແບບຢ່າງໄວໜຸ່ມ ຫວຽດນາມ ທີ່ດີເດັ່ນປີ 2017.

        ກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຫວັງວ່າ: ລຸ້ນໜຸ່ມຈະສືບຕໍ່ສູ້ຊົນເພື່ອບັນລຸຜົນສຳເລັດກ່ວາອີກ ແລະ ມີບັນດາການປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

        “ໃນໄລຍະປະຈຸບັນ, ຊາວໜຸ່ມມີບົດບາດແມ່ນເຈົ້າຂອງປະເທດຊາດໃນອະນາຄົດ, ແມ່ນກຳລັງປະຈັນບານໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ພິເສດ, ບັນດາຊາວໜຸ່ມຜູ້ມີຄວາມເກັ່ງກ້າສາມາດແມ່ນໜຶ່ງໃນບັນດາປັດໄຈຕັດສິນຜົນສຳເລັດຂອງພາລະກິດຫັນປະເທດເປັນອຸດສາຫະກຳ, ທັນສະໄໝ, ເຊື່ອມໂຍງເຂົ້າກັບສາກົນ ແລະ ສ້າງລັດທິສັງຄົມນິຍົມ. ແບບຢ່າງໄວໜຸ່ມທີ່ດີເດັ່ນແມ່ນນາມມະຍົດອັນສູງສົ່ງ, ວິວັດການສູ້ຊົນບໍ່ຢຸດຢັ້ງ. ຂ້າພະເຈົ້າຫວັງວ່າ, ພວກເພື່ອນຈະສືບຕໍ່ຝືກຝົນຫຼໍ່ຫຼອມຕາມແນວຄິດຄຸນສົມບັດ, ແບບແຜນການດຳລົງຊີວິດປະທານ ໂຮ່ຈີມິນ, ດຳລົງຊິດວິດຢ່າງມີຄວາມຮັບຜິດຊອບກັບຕົນເອງ, ຄອບຄົວ ແລະ ສັງຄົມ, ມານະພະຍາຍາມສູ້ຊົນບືນຕົວຂຶ້ນ, ສົມເປັນແບບຢ່າງດີເດັ່ນຂອງໄວໜຸ່ມ ຫວຽດນາມ.”

ການເຄື່ອນໄຫວຕ່າງໆໃນການສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ - ảnh 2ການເຄື່ອນໄຫວຢູ່ມະຫາວິທະຍາໄລຄົມມະນາຄົມ ທາງລົດໄຟ ມົດສະກູ

        ແລະກໍ່ໃນຕອນຄ່ຳວັນທີ 25 ມີນາ, ຢູ່ສວນອຸທິຍານອະນຸສາວາລີປະທານ ໂຮ່ຈີມິນ, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ກໍ່ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ (26/03/1931 – 26/03/2018).

        ແລະກໍ່ໃນວັນດຽວກັນ, ຢູ່ ມະຫາວິທະຍາໄລຄົມມະນາຄົມ ທາງລົດໄຟ ມົດສະກູ, ຄະນະຮັບຜິດຊອບວຽກງານຊາວໜຸ່ມຢູ່ ສະຫະພັນລັດເຊຍ ກໍ່ໄດ້ຈັດຕັ້ງພິທີຊຸມນຸມມິດຕິງ ສະເຫຼີມສະຫຼອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແລະ ສະຫລຸບເດືອນຊາວໜຸ່ມ.

ຕອບກັບ

ຂ່າວ/ບົດ​ອື່ນ