ການເຄື່ອນໄຫວສະເຫຼີມ ສະຫຼອງວັນຄູແຫ່ງຊາດ ຫວຽດນາມ

ການເຄື່ອນໄຫວສະເຫຼີມ ສະຫຼອງວັນຄູແຫ່ງຊາດ ຫວຽດນາມ - ảnh 1

(ພາບ: lamsao.com)

(VOV)- ຕອນ​ເຊົ້າວັນ​ທີ 18/11, ທ່າ​ນຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ເຂົ້າຮ່ວມ​ພິທີສະ​ເຫຼີ​ມສະຫຼອງ​ວັນ​ຄູ​ແຫ່ງ​ຊາດ​ຫວຽດນາມ ຄົບຮອບ 30 ປີ (ຄື​ວັນ​ທີ 20/11) ຢູ່​ມະຫາວິທະຍາ​ໄລ​ກົດໝາຍ​ນະ​ຄອນໂຮ່ຈິ​ມິນ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່າ​ນຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​​ສະ​ເໜີ​ວ່າ: ມະຫາວິທະຍາ​ໄລ​ກົດໝາຍ​ນະ​ຄອນ​ໂຮ່ຈິ​ມິນ ຄວນ​ສຸ​ມໃສ່ສ້າງ​ຖັນ​ແຖວ​ຄູ​ອາຈານ​ມີ​ຄວາມ​ສາມາດ​ສິດສອນ, ຄົ້ນຄ້ວາ ​ແລະ ​ແນະນຳ​ວິທະຍາສາດ; ຕ້ອງ​ມີ​ນະ​ໂຍບາຍ​ເພື່ອ​ດຶງ​ດູດຜູ້​ມີ​ຄວາມ​ເກັ່ງ​ກ້າ​ສາມາດ, ພ້ອມ​ກັນນັ້ນທາງ​ໂຮງຮຽນ​ກໍ່​ຄວນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບສາກົນ​ເພື່ອ​ແນ​ໃສ່​ສຳ​ພັດ​ກັບ​ລະດັບ​ຄວາມ​ຮູ້​ທີ່​ກ້າວໜ້າ​ຂອງ​ປະ​ເທດ​ຕ່າງໆ, ປະກອບສ່ວນ​ບຳລຸງ​ສ້າງ​ຖັນ​ແຖວ​ພະນັກງານ​ກົດໝາຍ​ມີ​ພາສາ​ຕ່າງປະ​ເທດ ​ແລະ ລະດັບ​ຄວາມ​ຮູ້​ວິຊາ​ສະ​ເພາະ​ທີ່​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກ​ຂອງ​ປະ​ເທດ​ຊາດ​ໄດ້. ທ່າ​ນຮອງ​ນາຍົກລັດຖະ ມົນຕີຫວຽດນາມ Nguyen Xuan Phuc ​ເນັ້ນໜັກ​ວ່າ:

   “ທາງ​ໂຮງຮຽນ​ຕ້ອງ​ຮັກສາ​ທີ່​ຕັ້ງ, ບົດບາດ​​​ເປັນໃຈກາງ​ໃນ​ການ​ບຳລຸງ​ສ້າງ​ພະນັກງານ​ກົດໝາຍ ​ແລະ ຄົ້ນກ້ວາ​ວິທະຍາສາດ​ດ້ານ​ກົດໝາຍ​ໃຫ່ຍກ່ວາ​ໝູ່​ໃນ​ເຂດ​ພາກ​ໃຕ້, ​ເປີດ​ກ້ວາງ​ຂອບ​ຂະໜາດ​ການ​ບຳລຸງ​ສ້າງ​ນັບ​ມື້​ນັບ​ຫຼາຍ​ກ່ວາ​ອີກ, ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ານ​ຈຳນວນ ​ແລະ ຄຸນ​ນະພາ​ບຮັບ​ໃຊ້​ໃຫ້​ແກ່​ໜ້າ​ທີ່​ປະຕິ​ຮູບ​ດ້ານ​ຕຸລາການ ​ແລະ ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ; ຮັກສາ​ບົດບາດ​ຫຼັກ​ແຫຼ່ງ, ນຳ​ໜ້າ, ມີ​ຜົນ​ສະທ້ອນ ​ແລະ ​ແນະນຳ​ບັນດາ​ຮາກ​ຖານ​ບຳລຸງ​ສ້າງ​ກົດໝາຍ​ຂອງ​ບັນດາ​ແຂວງ​ພາກ​ໃຕ້

 

 

 

ຂ່າວ/ບົດ​ອື່ນ