ການເຄື່ອນໄຫວຫລາຍຢ່າງເພື່ອເດັກນ້ອຍປະສົບກັບຄວາມຫຍຸ້ງຍາກໃນໂອກາດບຸນວັນເພງເດືອນ8
ຈັດການເຄື່ອນໄຫວບຸນວັນເພງເດືອນ 8 ໃຫ້ເດັກ
|
(vovworld)- ບຸນວັນເພງເດືອນ 8 ປີນີ້, ກອງທຶນປົກປ້ອງເດັກແຂວງ ເທື່ອທຽນເຫ້ວ ສົມທົບກັບບັນດາເມືອງ, ເທດສະບານໃນແຂວງ ຈັດຕັ້ງ “ງານບຸນໄຫວ້ພະຈັນ” ແລະ ມອບຂອງຂວັນ 2000 ພູດ ໃຫ້ເດັກປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ທ່ານນາງ ຫວໍກີມແຄງ, ຮອງຫົວຫນ້າກົມອຸປະກະລະສັງຄົມ ສາຂາ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ: ແຂວງເທື່ອທຽນເຫ້ວ ມີເດັກ 4.600 ຄົນປະສົບກັບຄວາມຫຍຸ້ງຍາກ. ເລື່ອງຈັດຕັ້ງການເຄື່ອນໄຫວລະຫລິ້ນໃຫ້ພວກນ້ອງໃນໂອກາດບຸນວັນເພງເດືອນ 8 ແມ່ນສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງສັງຄົມຕໍ່ພວກຫລານ.
ສ່ວນຢູ່ແຂວງ ລາວກາຍ, ສູນວຽກງານສັງຄົມຂອງແຂວງ ກໍໄດ້ສົມທົບກັບບັນດາອົງການ, ຜູ້ໃຈບຸນໃຈກຸສົນ ຈັດຕັ້ງການເຄື່ອນໄຫວຕ້ອນຮັບບຸນວັນເພງເດືອນ 8 ໃຫ້ເດັກພິການ, ເດັກກຳພ້າ 100 ຄົນ ພວມໄດ້ຮັບການລ້ຽງດູຢູ່ສູນດັ່ງກ່າວ.