(vovworld) - ວັນທີ 9/8, ເມື່ອຕອບສຳພາດຕໍ່ນັກຂ່າວກ່ຽວກັບທັດສະນະຂອງກະຊວງການຕ່າງປະເທດຫວຽດນາມ ທີ່ມີຕໍ່ເລື່ອງຫວ່າງແລ້ວນີ້ນີ້, ຈີນ ໄດ້ໃຫ້ກໍ່າປັ່ນຫາປາຫຼາຍລຳອອກສູ່ ແລະ ກີດຂວາງກໍ່າປັ່ນຫາປາຂອງປະເທດອື່ນໆທີ່ຫາປາຢູ່ທະເລຕາເວັນອອກ, ໂຄສົກກະຊວງການຕ່າງປະເທດຫວຽດນາມ Luong Thanh Nghi ຊີ້ແຈງວ່າ.
“ພວກຂ້າພະເຈົ້າໄດ້ຖືວ່າ ທຸກການເຄື່ອນໄຫວຂອງຝ່າຍຕ່າງໆທີ່ກ່ຽວຂ້ອງ, ໃນນັ້ນມີການເຄື່ອນໄຫວຫາປາຢູ່ທະເລຕາເວັນອອກ ຕ້ອງປະຕິບັດຕາມກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ເໝາະສົມກັບຈິດໃຈຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (DOC) ບົນພື້ນຖານເຄົາລົບອະທິປະໄຕ, ສິດອະທິປະໄຕ ແລະ ສິດຕັດສິນຂອງບັນດາປະເທດ, ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບຢູ່ໃນພາກພື້ນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຊັບພະຍາກອນທະເລ”.