ການເຄື່ອນໄຫວແທດຈິງຕ່າງໆເພື່ອສະເຫຼີມ ສະຫຼອງ 124 ປີແຫ່ງ ວັນຄ້າຍວັນເກີດ ປະທານໂຮ່ຈິມິນ

ການເຄື່ອນໄຫວແທດຈິງຕ່າງໆເພື່ອສະເຫຼີມ ສະຫຼອງ 124 ປີແຫ່ງ ວັນຄ້າຍວັນເກີດ ປະທານໂຮ່ຈິມິນ - ảnh 1
ພິທີໄຂ​ງານ​ວາງສະ​ແດງ “ບັນດາ​ແບບຢ່າງທີ່​ລຽບ​ງ່າຍ​ແຕ່​ສູງ​ສົ່ງ”
(ພາບ: dangcongsan.vn)


(vovworld) –  ຕອນ​ບ່າຍວັນ​ທີ 13/05, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ແລະ ຫໍພິພິດ​ຕະພັນ​​ໂຮ່ຈິ​ມິນ ​ໄດ້​ໄຂ​ງານ​ວາງສະ​ແດງ “ບັນດາ​ແບບຢ່າງທີ່​ລຽບ​ງ່າຍ​ແຕ່​ສູງ​ສົ່ງ”. ການ​ເຄື່ອນ​ໄຫວ​ນີ້ເພື່ອມຸ່ງ​ໄປ​ເຖິງ​ສະ​ເຫຼີ​ມສະຫຼອງ 124 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດ ປະທານ​ໂຮ່ຈິ​ມິນ (19/05/1980 – 19/05/2014) ​ແລະ ສະຫຼຸບ 3 ປ​ີ​ແຫ່ງ​ການ​ປະຕິບັດ​ຕາມ​ຄຳ​ສັ່ງ​ເລກທີ 3 ຂອງ​ກົມ​ການ​ເມືອງ​ກ່ຽວ​ກັບ “ສືບ​ຕໍ່ຍູ້​ແຮງ​ການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ”. ງານ​ວາງສະ​ແດງ​ລວມມີ 2 ພາກຄື: “ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ​ແມ່ນ​ວຽກ​ງານ​​ເປັນ​ປະຈຳ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ຫວຽດນາມ” ​ແລະ ຮູບ​ຖ່າຍ, ບົດ​ຂຽນ​ກ່ຽວກັບ “ບັນດາ​ແບບຢ່າງ​ທີ່ລຽບ​ງ່າຍ​ແຕ່​ສູງ​ສົ່ງ”. ທ່ານ​ນາງ ຫງວຽນ​ທຸຍ​ດຶກ, ຜູ້​ຮັກສາ​ການ​ຫົວໜ້າ​ຫໍພິພິດ​ຕະພັນ​​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ.

        “​ເພື່ອ​ຕອບສະໜອງ, ປະກອບສ່ວນ​ໃຫ້​ແກ່​ຂະ​ບວນການ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ ​ໃຫ້​ນັບ​ມື້​ນັບ​ກາຍ​ເປັນ​ປະຈຳ​ ​ແລະ ​ໃກ້​ສິດ​ຕິດ​ແທດ​ກັບ​ຊາວ​ຫວຽດນາມ​ ທຸກ​ຄົນ​ກວ່າ, ງານ​ວາງສະ​ແດງ​ຄັ້ງ​ທີ 2 “ບັນດາ​ແບບຢ່າງ​ທີ່ລຽບ​ງ່າຍ​ແຕ່​ສູງ​ສົ່ງ” ນີ້, ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ ບັນດາ​ເພື່ອນ​ໜຸ່ມຈະ​ເຂົ້າ​ໃຈ​ກວ່າກ່ຽວ​ກັບ​ຄວາມເມດ​ຕາ​, ຈິດ​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ບັນດາ​ແບບຢ່າງ​ທີ່ດີ​ເດັ່ນ. ​ເພື່ອ​ໃຫ້​ລຸ່ນໜຸ່ມ​ເຂົ້າ​ໃຈ​ໄດ້​ວ່າ ພວກ​ເຮົາ​ຈົ່ງ​ປະກອບສ່ວນ​ຫຼາຍ​ກວ່າ​ອີກ ​ເພື່ອ​ໃຫ້​ປະຊາຊົນທຸກ​ຄົນ​ສາມັກຄີ, ຮ່ວມແຮງ​ຮ່ວມ​ໃຈ​ເພື່ອຄວາມ​ສະຫງົບ, ຄວາມວັດ​ຖະນາ​ຖາວອນ ​ແລະ ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ”.

        ​ແລະ​ກໍ່​ໃນ​ຕອນ​ຄໍ່າ​ວັນ​ທີ 13/05, ຢູ່​ແຂວງ ​ເຮົ້າ​ຢາງ ​ໄດ​້​ໄຂງານ​ບຸນ​ຕັ້ງ​ຄ້າຍ​ເຍົາວະ​ຊົນ​ປະຕິບັດ​ຕາມ​ຄຳ​ສັ່ງ​ສອນຂອງ​ປະທານ​ໂຮ່ຈິ​ມິນ. ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊາວ​ໜຸ່ມ​ແຂວງ​ເຮົ້າ​ຢາງ ​ໄດ້​ມອບ​ເຮືອນ 7 ຫຼັງ​ໃຫ້​ບັນດາຊາວ​ໜຸ່ມທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພິ​ເສດ​ກ່ຽວ​ກັບ​ເຮືອນ​ຢູ່, ມອບ​ທຶນ​ສຶກສາ​ເພື່ອຄວາມ​​ໄຝ່ຝັນ ​ໃຫ້​ນັກຮຽນ​​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ 20 ຄົນ.

ຂ່າວ/ບົດ​ອື່ນ